ລະຫວ່າງວັນທີ 11-21 ພຶດສະພາ 2025, ຊຸດຝຶກອົບຮົມຍົກລະດັບພາສາຈີນໃຫ້ພະນັກງານຂົງເຂດວຽກງານການຕ່າງປະເທດຂອງລາວໄດ້ຈັດຂຶ້ນຢູ່ແຂວງຢຸນນານຈີນ, ມີພະນັກງານທີ່ຮູ້ພາສາຈີນຈາກກະຊວງການຕ່າງປະເທດລາວ, ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ແລະ ກະຊວງກົມກອງຂັ້ນສູນກາງ ພ້ອມດ້ວຍພະນັກງານເຮັດວຽກການຕ່າງປະເທດຂອງ 9 ແຂວງພາກເໜືອລາວ ເຊັ່ນ: ຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ ແລະອື່ນໆ ລວມທັງໝົດ 23 ຄົນເຂົ້າຮ່ວມ.
ຊຸດຝຶກອົບຮົມຄັ້ງນີ້ແມ່ນຫ້ອງການວຽກງານການຕ່າງປະເທດແຂວງຢຸນນານເປັນເຈົ້າພາບ ແລະ ຈັດຂຶ້ນໂດຍມະຫາວິທະຍາໄລຊົນເຜົ່າຢຸນນານ(ສູນອົບຮົມພະນັກງານຊົນເຜົ່າຢຸນນານ), ເຊິ່ງເປັນການເຄື່ອນໄຫວທີ່ມີຊີວິດຊີວາໃນການຈັດຕັ້ງປະຕິບັດຈິດໃຈກອງປະຊຸມວຽກງານພົວພັນຕ່າງປະເທດອ້ອມຂ້າງສູນກາງ.
ຊຸດຝຶກອົບຮົມຄັ້ງນີ້ມີເນື້ອໃນອຸດົມສົມບູນ ມີຮູບແບບຫຼາກຫຼາຍ, ນອກຈາກຮ່ຳຮຽນພາກທິດສະດີແລ້ວ, ຍັງໄດ້ຈັດຕັ້ງໃຫ້ສຳມະນາກອນລາວເດີນທາງໄປທັດສະນະສຶກສາຢູ່ຫຼາຍທ້ອງຖິ່ນ, ລົງເລິກຮັບຮູ້ສະພາບການພັດທະນາໃນຂົງເຂດຕ່າງໆ. ບັນດາສຳມະນາກອນພາກັນມີຄວາມເຫັນວ່າ: ໃນຖານະເປັນພະນັກງານການຕ່າງປະເທດຂອງລາວທີ່ຮ່ຳຮຽນພາສາຈີນ ແລະ ນຳໃຊ້ພາສາຈີນ, ມີໜ້າທີ່ສຳຄັນໃນການເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອລະຫວ່າງລາວ ແລະ ຈີນ, ກໍຄື ຊຸກຍູ້ການຮ່ວມມືມິດຕະພາບລະຫວ່າງສອງປະເທດ, ຈະນຳເອົາຄວາມຮູ້ທີ່ໄດ້ຮັບໃນຊຸດຝຶກອົບຮົມຄັ້ງນີ້ຫັນເປັນຄວາມສາມາດຕົວຈິງທີ່ຮັບໃຊ້ການຮ່ວມມື, ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ.