ວັນທີ 18 ພຶດສະພາ 2025, ກິດຈະກຳແລ່ນມາລາທອນຕ້າລີ “ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2025” ໄດ້ຈັດຂຶ້ນຢູ່ແຄມທະເລສາບເອີໄຫ ກິ່ງແຂວງປົກຄອງຕົນເອງເຜົ່າໄບຕ້າລີ ແຂວງຢຸນນານ, ນັກກິລາ ແລະ ຜູ້ມັກຮັກການແລ່ນ 20.000 ກວ່າຄົນທີ່ມາຈາກ 20 ປະເທດ ແລະ ເຂດແຄວ້ນໄດ້ເຂົ້າຮ່ວມກິດຈະກຳຄັ້ງນີ້.
ໃນກິດຈະກຳຄັ້ງນີ້ ໄດ້ສົ່ງຄຳເຊີນໃນນາມງານແຂ່ງຂັນກິລາເຖິງເອກອັກຄະລັດຖະທູດມຽນມາປະຈຳຈີນ, ພະນັກງານສະຖານກົງສຸນລາວ, ກຳປູເຈຍ, ໄທ, ຫວຽດນາມ ປະຈຳນະຄອນຄຸນໝິງ ແລະ ແຂກຜູ້ມີກຽດໄດ້ເຂົ້າຮ່ວມກິດຈະກຳຄັ້ງນີ້. ໃນງານແຂ່ງຂັນໄດ້ແບ່ງອອກເປັນ 5 ກຸ່ມ ຄື: ມາລາທອນ, ມາລາທອນເຄິ່ງໄລຍະທາງ, ມາລາທອນຄູ່ຮັກ, ມາລາທອນມ່ວນຊື່ນ ແລະ ມາລາທອນຄອບຄົວ, ນອກຈາກ 6 ປະເທດລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແລ້ວ, ຍັງມີນັກກິລາຈາກອົດສະຕຣາລີ ບຣາຊິນ ຝຣັ່ງ ໂຮນລັງ ການາດາ ອາເມຣິກາ ມາເລເຊຍ ແລະ ປະເທດອື່ນໆເຂົ້າຮ່ວມ. ງານແຂ່ງຂັນແລ່ນຄັ້ງນີ້ບໍ່ພຽງແຕ່ເປັນງານມະໂຫລານການແຂ່ງຂັນກິລາເທົ່ານັ້ນ, ຍັງເປັນເວທີສຳຄັນທີ່ລົງເລິກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຊຸກຍູ້ການເຊື່ອມໂຍງຈິດໃຈຂອງປະຊາຊົນອີກດ້ວຍ.
ຫຼັງຈາກການແຂ່ງຂັນຢ່າງຟົດຟື້ນ, 3 ອັນດັບທຳອິດໃນກຸ່ມມາລາທອນເພດຊາຍລ້ວນແຕ່ເປັນຂອງນັກກິລາຈາກເຄນຢາ; ສ່ວນຊະນະເລີດຂອງກຸ່ມມາລາທອນເພດຍິງແມ່ນນັກກິລາເອທີໂອບີ; ຊະນະເລີດຂອງກຸ່ມມາລາທອນເຄິ່ງໄລຍະທາງເພດຊາຍ ແລະ ເພດຍິງລ້ວນແຕ່ແມ່ນນັກກິລາຈີນ.
ຫຼັງຈາກພັດທະນາມາເປັນເວລາຫຼາຍປີ, ກິດຈະກຳແລ່ນມາລາທອນຕ້າລີ “ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ໄດ້ກາຍເປັນງານມະໂຫລານດ້ານການແລກປ່ຽນວັດທະນະທຳ ແລະ ມິດຕະພາບ, ຜູ້ເຂົ້າຮ່ວມໄດ້ສຳຜັດກັບບັນຍາກາດຂອງເມືອງບູຮານພັນປີ ແລະ ທິວທັດທຳມະຊາດອັນສວຍງາມຢູ່ອ້ອມພູສ່າງສ່ານ ແລະ ທະເລສາບເອີໄຫດ້ວຍບາດກ້າວຂອງຕົນຢູ່ເທິງດິນແດນທີ່ເຕັມໄປ ດ້ວຍມົນສະເໜ່ແຫ່ງນີ້.