ທາງລົດໄຟຈີນ-ລາວຂົນສົ່ງໝາກທຸລຽນສົດໆຂອງປະເທດ​ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ໄປຮອດ ສປ ຈີນ

lmcchina.org, May 28, 2025
Size:

ນັບແຕ່ເດືອນພຶດສະພາ 2025 ເປັນຕົ້ນມາ, ຄຽງຄູ່ກັບການກ້າວເຂົ້າສູ່ລະດູເກັບໝາກທຸລຽນຂອງປະເທດໃນພາກພື້ນອາຊີຕາເວັນອອກສຽງໃຕ້ແລ້ວ, ທາງລົດໄຟຈີນ-ລາວໄດ້ດຳເນີນການຂົນສົ່ງສິນຄ້າແຊ່ເຢັນຂ້າມແດນໃນຄວາມຖີ່ສູງຢ່າງຕໍ່ເນື່ອງ.

“ສາຍດ່ວນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ” ຂະບວນລົດໄຟຂົນສົ່ງສິນຄ້າ ມີທ່າແຮງຕ່າງໆ ເຊັ່ນ:ສາມາດຂົນສົ່ງຮອດຈຸດໝາຍປາຍທາງຂ້າມປະເທດໄດ້ໂດຍກົງພາຍໃນ 26 ຊົ່ວໂມງ ແລະ ຄວບຄຸມໄດ້ທັງທົ່ວຂະບວນການຂົນສົ່ງ ແລະ ເວລາຂົນສົ່ງ ເປັນຕົ້ນ, ເຊິ່ງໄດ້ກາຍເປັນຊ່ອງທາງຂົນສົ່ງບຸລິມະສິດໃນການຂົນສົ່ງໝາກທຸລຽນ. ໃນແຕ່ລະມື້ ຂະບວນລົດໄຟຂົນສົ່ງໝາກທຸລຽນແຊ່ເຢັນະເພາະທີ່ບັນທຸກໝາກທຸລຽນຢ່າງຫຼວງຫຼາຍ 3 ຂະບວນ ຈະອອກເດີນທາງຈາກນະຄອນຫຼວງວຽງຈັນຂອງລາວ, ຫຼັງຈາກໄປຮອດນະຄອນຄຸນໝິງ ແຂວງຢຸນນານແລ້ວ, ໂດຍຜ່ານການຄ່ຽນຖ່າຍຢ່າງວ່ອງໄວ ແລະ ຈັດສັນຄືນໃໝ່ ແລ້ວໝາກທຸລຽນເຫຼົ່ານີ້ກໍຖືກຂົນສົ່ງໄປຮອດຕະຫຼາດໃຫຍ່ຢູ່ທົ່ວປະເທດຈີນ ເຊັ່ນ: ນະຄອນຫຼວງປັກກິ່ງ, ນະຄອນຊຽງໄຮ້ ແລະ ນະຄອນກວາງໂຈ່ວ ເປັນຕົ້ນ ຢ່າງໄວວາ. ທ່ານ ເລເວີນຫວູ(Lei Wenwu), ຜູ້ຮັບຜິດຊອບຂອງບໍລິສັດການຄ້າສາກົນຕ້າໄທ ຄຸນໝິງ ຈຳກັດ ກ່າວວ່າ: ຖ້າທຽບໃສ່ການຂົນສົ່ງຜ່ານທາງຫຼວງ ແລະ ທາງທະເລຄືແຕ່ກ່ອນ, ການຂົນສົ່ງຜ່ານທາງລົດໄຟຈະມີເວລາຂົນສົ່ງທີ່ໝັ້ນຄົງ ແລະ ກໍລະນີສິນຄ້າເສຍຫາຍກໍມີໜ້ອຍກວ່າ; ແຕ່ລະປີ ບໍລິສັດໄດ້ຂົນສົ່ງໝາກທຸລຽນຜ່ານທາງລົດໄຟຈີນ-ລາວ ປະມານ 2.000 ຕູ້ຄອນເທັນເນີ ຖືວ່າໄດ້ຍົກສູງປະສິດທິພາບຢ່າງພົ້ນເດັ່ນຖ້າທຽບໃສ່ເມື່ອກ່ອນ.

ປະເທດໄທໄດ້ຄາດຄະເນວ່າ ໃນປີ 2025 ຈະເພີ່ມບໍລິມາດການຜະລິດໝາກທຸລຽນ 30%, ທາງລົດໄຟຈີນ-ລາວກໍຈະຕ້ອງໄດ້ຍົກສູງຄວາມສາມາດດ້ານການຂົນສົ່ງສິນຄ້າຂ້າມແດນຮອງຮັບໄປຄວບຄູ່ກັນ, ລົດໄຟຂົນສົ່ງສິນຄ້າແຊ່ເຢັນເຂົ້າເມືອງສູງສຸດໃນມື້ດຽວບັນລຸເຖິງ 110 ຂະບວນ.