ແຫຼ່ງຂ່າວຈາກສະຖານທູດຈີນປະຈໍາໄທແຈ້ງໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ການສຶກສາຈີນ-ໄທ ເພື່ອສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນທາງການທູດຈີນ-ໄທຄົບຮອບ 50 ປີໄດ້ຈັດຂຶ້ນຢູ່ນະຄອນຫຼວງບາງກອກປະເທດໄທໃນວັນທີ 25 ພຶດສະພານີ້ ພາຍໃຕ້ການເປັນປະທານຂອງທ່ານ ເພີ່ມພູນ ຊິດຊອບ ລັດຖະມົນຕີກະຊວງສຶກສາທິການໄທ, ມີທ່ານ ຫານຈື້ສຽງ ເອກອັກຄະລັດຖະທູດຈີນປະຈໍາໄທພ້ອມດ້ວຍຜູ້ຕາງໜ້າວົງການການສຶກສາຈາກທ້ອງຖິ່ນຕ່າງໆຂອງໄທ 2.000 ກວ່າຄົນເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ຫານຈື້ສຽງ ກ່າວວ່າ: ຈີນຈະສືບຕໍ່ສະໜັບສະໜູນພາລະກິດການສຶກສາກ່ຽວກັບພາສາຈີນຂອງໄທຄືໄລຍະຜ່ານມາ ເພື່ອຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືດ້ານການສຶກສາຢ່າງຮອບດ້ານລະຫວ່າງສອງປະເທດ.
ທ່ານ ເພີ່ມພູນ ໄດ້ສະແດງຄວາມຂອບໃຈຕໍ່ຈີນທີ່ໃຫ້ຄວາມຊ່ວຍເຫຼືອຕໍ່ການສຶກສາກ່ຽວກັບພາສາຈີນຂອງໄທ, ໄທຈະສືບຕໍ່ອອກແຮງເພີ່ມທະວີການສຶກສາກ່ຽວກັບພາສາຈີນ ເພື່ອສະໜອງຊັບພະຍາກອນມະນຸດທີ່ໄດ້ມາດຕະຖານໃຫ້ແກ່ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃນຂົງເຂດຕ່າງໆລະຫວ່າງສອງປະເທດ.