ຕອນເຊົ້າວັນທີ 26 ພຶດສະພານີ້, ກອງປະຊຸມສຸດຍອດອາຊຽນຄັ້ງທີ 46 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນຫຼວງກົວລາລຳເປີຂອງມາເລເຊຍ. ໃນຖານະເປັນປະເທດປະທານໝູນວຽນຂອງກອງປະຊຸມສຸດຍອດອາຊຽນໃນປີນີ້, ມາເລເຊຍໄດ້ສະເໜີຫົວຂໍ້ກອງປະຊຸມຄື: “ກວມລວມ ແລະຍືນຍົງ”. ອີງຕາມວາລະ, ກອງປະຊຸມສຸດຍອດຄັ້ງນີ້ຈະສຸມໃສ່ການປຶກສາຫາລືຫົວຂໍ້ຕ່າງໆ ເຊັ່ນ: ວິໄສທັດຂອງປະຊາຄົມອາຊຽນ, ການເຂົ້າເປັນປະເທດສະມາຊິກອາຊຽນຢ່າງເປັນທາງການຂອງຕີມໍເລສເຕ, ສະຖານະການໃນມຽນມາ ແລະອື່ນໆ, ພ້ອມທັງຈະເອົາໃຈໃສ່ສິ່ງທ້າທາຍໃນຂົງເຂດຕ່າງໆ ເຊັ່ນ: ການພັດທະນາຕາມທິດສີຂຽວ, ການຫັນເປັນແບບດີຈີຕອນ ແລະອື່ນໆ.