ຕອນຄໍ່າວັນທີ 25 ພຶດສະພານີ້, ຄຽງຄູ່ກັບຂະບວນລົດໄຟໂດຍສານ T8701 ອອກເດີນທາງຈາກສະຖານີນະຄອນນານນີງ ເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີຂອງຈີນໄປສູ່ນະຄອນຫຼວງຮ່າໂນຍຂອງຫວຽດນາມ, ລົດໄຟໂດຍສານສາກົນລະຫວ່າງຈີນ-ຫວຽດນາມໄດ້ຟື້ນຟູການບໍລິການຄືນໃໝ່.
ຂະບວນລົດໄຟໂດຍສານດັ່ງກ່າວແມ່ນອອກເດີນທາງຈາກສະຖານີນານນີງຂອງຈີນເວລາ 18 ໂມງ 05 ນາທີ ຕາມເວລາປັກກິ່ງໃນແຕ່ລະມື້ ແລະຮອດສະຖານີຢ່າເລິ່ມຢູ່ນະຄອນຫຼວງຮ່າໂນຍຂອງຫວຽດນາມໃນເວລາ 6 ໂມງ 30 ນາທີ ໃນມື້ຕໍ່ໄປ, ອອກເດີນທາງຈາກສະຖານີຢ່າເລິ່ມຢູ່ນະຄອນຫຼວງຮ່າໂນຍຂອງຫວຽດນາມໃນເວລາ 22 ໂມງ ຕາມເວລາປັກກິ່ງໃນແຕ່ລະມື້ ແລະໄປຮອດສະຖານີນາມນີງຂອງຈີນໃນເວລາ 10 ໂມງ 06 ນາທີຂອງມື້ຕໍ່ໄປ.
ປີນີ້ແມ່ນປີທີ່ຈີນ-ຫວຽດນາມສ້າງຕັ້ງສາຍພົວພັນທາງການທູດຮ່ວມກັນຄົບຮອບ 75 ປີ ແລະເປັນປີແລກປ່ຽນວັດທະນະທຳລະຫວ່າງຈີນ-ຫວຽດນາມ, ສອງຝ່າຍຈະເສີມຂະຫຍາຍບົດບາດຂອງກົນໄກການຮ່ວມມືດ້ານທາງລົດໄຟຈີນ-ຫວຽດນາມ ແລະຊຸກຍູ້ການເຊື່ອມຈອດກັນຂອງທາງລົດໄຟຂະໜາດມາດຕະຖານຂ້າມຊາດລະຫວ່າງຈີນ-ຫວຽດນາມ.