ວັນທີ 25 ພຶດສະພານີ້,ກອງປະຊຸມເຮືອບິນບໍ່ມີຄົນຂັບໂລກຄັ້ງທີ 9ທີ່ຈັດຂຶ້ນເປັນເວລາ 3 ວັນໄດ້ອັດລົງຢູ່ນະຄອນເຊີ່ນເຈີ້ນ ແຂວງກວາງຕຸ້ງຂອງຈີນ. ກອງປະຊຸມຄັ້ງນີ້ໄດ້ດຶງດູດວິສາຫະກິດ 825 ແຫ່ງມາເຂົ້າຮ່ວມ ແລະໄດ້ເຊັນໃບສັ່ງຈອງຊື້ທີ່ມີມູນຄ່າ 20 ຕື້ຢວນ.
ໃນຊຸມປີມໍ່ໆມານີ້,ຄຽງຄູ່ກັບການສື່ສານໃນລະບົບ 5 G ແລະ ປັນຍາປະດິດໄດ້ຮັບພັດທະນາ, ນຳໃຊ້ເຮືອບິນບໍ່ມີຄົນຂັບໃນຂົງເຂດຕ່າງໆ ເຊັ່ນ: ການທ່ອງທ່ຽວທາງວັດທະນະທຳ, ການຮັບມືກັບສະພາບສຸກເສີນ, ຄົມມະນາຄົມຂົນສົ່ງ ແລະ ການຄຸ້ມຄອງຕົວເມືອງເປັນຕົ້ນ ໄດ້ເພີ່ມຫຼາຍຂຶ້ນເທື່ອລະກ້າວ, ວິສາຫະກິດຈຳນວນຫຼາຍພາກັນແນະນຳອອກຜະລິດຕະພັນໃໝ່ ແລະແຜນການໃໝ່. ກອງປະຊຸມຄັ້ງນີ້ໄດ້ດຶງດູດນັກທຸລະກິດທີ່ຄ້າຂາຍທີ່ມາຈາກແຫ່ງຕ່າງໆຂອງໂລກ. ເຮືອບິນບໍ່ມີຄົນຂັບທີ່ຈີນຜະລິດກາຍເປັນສິ່ງທີ່ໄດ້ຮັບຄວາມນິຍົມໃນສາຍຕາຂອງຜູ້ຊື້ຕ່າງປະເທດ.