ວັນທີ 24 ພຶດສະພານີ້, ກິດຈະກຳ “ທ່ຽວເມືອງຈີນຂອງນັກປະພັນໜຸ່ມອາຊຽນ” ຄັ້ງທີ 2 ທີ່ຈັດຂຶ້ນໂດຍການເປັນເຈົ້າພາບຮ່ວມຂອງຄະນະພົວພັນຕ່າງປະເທດຂອງສະມາຄົມນັກປະພັນຈີນ, ສະມາຄົມນັກປະພັນກວາງຊີ ແລະ ສະມາຄົມນັກປະພັນແຂວງກວາງຕຸ້ງເລີ່ມຈັດຂຶ້ນຢູ່ນະຄອນນານນິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ. ນັກປະພັນ, ນັກກະວີ ແລະນັກແປພາສາ 46 ທ່ານທີ່ມາຈາກ 9 ປະເທດສະມາຊິກອາຊຽນ, ແລະນະຄອນຫຼວງປັກກິ່ງ, ນະຄອນຊຽງໄຮ້, ແຂວງຊິງໄຫ, ແຂວງຈີຫຼິນ, ແຂວງກວາງຕຸ້ງ ແລະ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ແລະແຫ່ງອື່ນໆຂອງຈີນໄດ້ເຂົ້າຮ່ວມກິດຈະກຳດັ່ງກ່າວ.
ຫຼັງຈັດພິທີເປີດກິດຈະກຳໄດ້ຈັດງານສຳມະນາແລກປ່ຽນລະຫວ່າງນັກປະພັນໜຸ່ມຈີນ-ອາຊຽນ. ໃນເວລາ 6 ວັນຕໍ່ມາ, ແຂກຜູ້ມີກຽດຕ່າງໆຈະເຂົ້າຮ່ວມກິດຈະກຳແລກປ່ຽນດ້ານວັນນະຄະດີຕ່າງໆ.