ວັນທີ 23 ພຶດສະພານີ້, ກຸ່ມບໍລິສັດທາງລົດໄຟຈີນ ຈຳກັດ ສາຂາຄຸນໝິງແຈ້ງ ໃຫ້ຮູ້ວ່າ: ນັບແຕ່ເສັ້ນທາງລົດໄຟ ລາວ-ຈີນ ເປີດບໍລິການຢ່າງເປັນທາງການ ເປັນຕົ້ນມາ, ການຂົນສົ່ງສິນຄ້າມີທ່າອ່ຽງເຕີບໂຕຢ່າງແຂງແຮງ, ນັບມາຮອດວັນທີ 22 ພຶດສະພານີ້, ປະລິມານການຂົນສົ່ງສິນຄ້າ ບັນລຸຫຼາຍກວ່າ 60.000.000 ໂຕນ ແລະ ການຂົນສົ່ງສິນຄ້າຂ້າມຊາດ ບັນລຸຫຼາຍກວ່າ 13.900.000 ໂຕນ.
ໃນລະຫວ່າງວັນທີ 1 ມັງກອນຫາວັນທີ 22 ພຶດສະພານີ້, ປະລິມານການຂົນສົ່ງສິນຄ້າຜ່ານເສັ້ນທາງລົດໄຟລາວ-ຈີນ ບັນລຸຫຼາຍກວ່າ 9.900.000 ໂຕນ, ໃນນັ້ນ, ການຂົນສົ່ງສິນຄ້າຂ້າມຊາດຫຼາຍກວ່າ 2.300.000 ໂຕນ. ຜັກ ແລະ ໝາກໄມ້ ຢູ່ເຂດພູມອາກາດອົບອຸ່ນທີ່ຜະລິດຈາກແຂວງຢຸນນານຈີນ ເຊັ່ນ: ຜັກ, ມັນຝຣັ່ງ ແລະ ໝາກແອັບເປິ້ນ ເປັນຕົ້ນ ໄດ້ຮັບຄວາມນິຍົມສູງຈາກປະຊາຊົນລາວ, ໄທ ແລະ ປະຊາຊົນໃນປະເທດອາຊີອາຄະເນ. ປະເພດ ແລະຈຳນວນການສົ່ງອອກສິນຄ້າມີທ່າອ່ຽງນັບມື້ນັບເພີ່ມຂຶ້ນ. ປັດຈຸບັນ, ສິນຄ້າທີ່ຖືກຂົນສົ່ງຂ້າມຊາດມີຫຼາຍກວ່າ 3.000 ຊະນິດ.