ວັນທີ 21 ພຶດສະພານີ້, ງານວາງສະແດງເສັ້ນທາງສາຍໄໝສາກົນຄັ້ງທີ 9 ໄດ້ຈັດຂຶ້ນຢູ່ນະຄອນຊີອ່ານແຂວງສານຊີຂອງຈີນ. ທ່ານນາງເສີນເຢວ້ ເຢວ້ ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ເຂົ້າຮ່ວມພິທີໄຂພ້ອມທັງກ່າວຄຳປາໄສ.
ທ່ານນາງເສີນ ເຢວ້ ເຢວ້ກ່າວວ່າ: ງານວາງສະແດງເສັ້ນທາງສາຍໄໝສາກົນຄັ້ງນີ້ມີຈຸດປະສົງເພື່ອຈັດຕັ້ງປະຕິບັດຕາມຈິດໃຈການຊີ້ນຳທີ່ສຳຄັນຂອງທ່ານສີຈິ້ນຜິງ ປະທານປະເທດຈີນກ່ຽວກັບການຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ, ເຕ້ົາໂຮມຄວາມເຫັນທີ່ເປັນເອກະພາບກັນຂອງການເປີດປະຕູສູ່ພາຍນອກ, ເພີ່ມທະວີການຮ່ວມມືຕົວຈິງ, ລົງເລິກແລະບຸກເບີກຊ່ອງທາງໃໝ່ໃນດ້ານການພັດທະນາທີ່ມີຜົນປະໂຫຍດຮ່ວມກັນ. ຈີນຈະຮ່ວມມືກັບແຕ່ລະປະເທດໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ດ້ວຍຄຸນນະພາບສູງ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.
ງານວາງສະແດງເສັ້ນທາງສາຍໄໝສາກົນຄັ້ງທີ 9 ພາຍໃຕ້ຫົວຂໍ້ “ການເຊື່ອມໂຍງເຊື່ອມຈອດຂອງເສັ້ນທາງສາຍໄໝ ເປີດກວ້າງການຮ່ວມມື” , ໄດ້ຈັດກິດຈະກຳການແລກປ່ຽນດ້ານການລົງທຶນເສດຖະກິດການຄ້າຫຼາຍຄັ້ງ, ໄດ້ສະແດງໃຫ້ເຫັນຜົນສຳເລັດຂອງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ຢ່າງຮອບດ້ານ, ຊຸກຍູ້ການຮ່ວມມືແລະການແລກປ່ຽນດ້ານເສດຖະກິດການຄ້າສາກົນ.