ຈີນ​ ແລະ 10 ປະ​ເທດ​ສະ​ມາ​ຊິກ​ອາ​ຊຽ​ນ​ສຳ​ເລັດ​ການ​ເຈ​ລະ​ຈາກ່ຽວ​ກັບ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນສະ​ບັບ 3.0 ຢ່າງ​ຮອບ​ດ້ານ

CRI, May 22, 2025
Size:

ວັນທີ 21 ພຶດສະພານີ້, ກະຊວງການຄ້າຈີນໄດ້ເປີດເຜີຍໃຫ້ຮູ້ວ່າ: ວັນທີ 20 ພຶດສະພານີ້, ກອງປະຊຸມວິສາມັນລັດຖະມົນຕີເສດຖະກິດການຄ້າຈີນ-ອາຊຽນໄດ້ຈັດຂຶ້ນຜ່ານທາງອອນລາຍ, ລັດຖະມົນຕີເສດຖະກິດການຄ້າຂອງສອງຝ່າຍໄດ້ຮ່ວມກັນປະກາດວ່າ ໄດ້ສຳເລັດການເຈລະຈາກ່ຽວກັບເຂດການຄ້າເສລີຈີນ-ອາຊຽນສະບັບ 3.0 ຢ່າງຮອບດ້ານ.

ການເຈລະຈາກ່ຽວກັບເຂດການຄ້າເສລີຈີນ-ອາຊຽນສະບັບ 3.0 ໄດ້ເລີ່ມດຳເນີນໃນເດືອນພະຈິກປີ 2022, ຜ່ານເວລາເກືອບ 2 ປີ ແລະການເຈລະຈາຢ່າງເປັນທາງການ 9 ຮອບ, ໄດ້ສຳເລັດຕົວຈິງໃນເດືອນຕຸລາປີ 2024. ພາຍໃຕ້ການປະສານງານຢ່າງສຸດຄວາມສາມາດ ແລະ ການຊຸກຍູ້ຮ່ວມກັນຂອງລັດຖະມົນຕີເສດຖະກິດການຄ້າຂອງບັນດາປະເທດ, ສອງຝ່າຍໄດ້ສຳເລັດການເຈລະຈາຢ່າງຮອບດ້ານ ເຊິ່ງຖືເປັນບາດກ້າວທີ່ເປັນຂໍ້ກະແຈກ້າວໄປສູ່ເປົ້າໝາຍການລົງນາມໃນອະນຸສັນຍາສະບັບປັບປຸງ.

ໃນບາດກ້າວຕໍ່ໄປ, ສອງຝ່າຍຈະຕັ້ງໜ້າຊຸກຍູ້ໃຫ້ຜ່ານຂັ້ນຕອນການອະນຸມັດຕ່າງໆພາຍໃນປະເທດຂອງຕົນ ເພື່ອຊຸກຍູ້ການລົງນາມອະນຸສັນຍາສະບັບປັບປຸງເຂດການຄ້າເສລີຈີນ-ອາຊຽນໃຫ້ເປັນສະບັບ 3.0 ຢ່າງເປັນທາງການກ່ອນທ້າຍປີ 2025. 

ແຫຼ່ງຂ່າວຈາກ: CGTN