ວັນທີ 19 ພຶດສະພານີ້, ຖ້ຽວລົດໄຟຕູ້ສິນຄ້າສົ່ງອອກຕ່າງປະເທດທີ່ໄດ້ບັນທຸກຝຸ່ນເຄມີ 1024 ໂຕນຂະບວນໜຶ່ງໄດ້ຄ່ອຍໆແລ່ນອອກຈາກເຂດຈໍລະຈອນສິນຄ້າທາງຫຼວງທາງລົດໄຟ ຈ່ຽງຊ່ານເປີ້ຍເອີ ຂອງນະຄອນຕ່າງຢາງແຂວງຫູເປີຍ, ແລ້ວຈະອອກຈາກປະເທດຜ່ານດ່ານຊາຍແດນບໍ່ຫານແຂວງຢຸນນານ, ຄາດວ່າ ໃນເວລາ 6 ຫາ 8 ມື້ ຈະແລ່ນໄປຮອດນະຄອນຫຼວງພະບາງຂອງລາວ. ນີ້ແມ່ນຂະບວນລົດໄຟຂົນສົ່ງສິນຄ້າໂດຍກົງຂອງທາງລົດໄຟລາວ-ຈີນຂະບວນທຳອິດ ທີ່ອອກເດີນທາງຈາກນະຄອນຕ່າງຢາງ.
ນະຄອນຕ່າງຢາງຕັ້ງຢູ່ພາກກາງໄປຫາພາກຕາເວັນຕົກຂອງແຂວງຫູເປີຍ, ວັດສະດຸກໍ່ສ້າງສີຂຽວແລະກະສິກຳທີ່ມີສີສັນພິເສດແມ່ນຂະແໜງການທີ່ມີສີສັນພິເສດຂອງນະຄອນດັ່ງກ່າວ. ການເປີດບໍລິການຂະບວນລົດໄຟຂົນສົ່ງສິນຄ້າສົ່ງອອກຕ່າງປະເທດຂອງເສັ້ນທາງລົດໄຟລາວ-ຈີນ ຢ່າງເປັນທາງການ ເຮັດໃຫ້ການຂົນສົ່ງສິນຄ້າຈາກນະຄອນດັ່ງກ່າວດ້ວຍທາງລົດໄຟ, ປະຢັດເວລາຂົນສົ່ງລົງ 2 ມື້.