ກອງທັບ​ຈີນ​ທີ່​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ “ມັງ​ກອນ​ຄຳ 2025” ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຊ່ວຍ​ເຫຼືອ​ດ້ານມະ​ນຸດ​ສະ​ທຳ

CRI, May 21, 2025
Size:

ວັນທີ 19 ພຶດສະພານີ້ຕາມເວລາທ້ອງຖິ່ນ, ໃນໄລຍະການຊ້ອມຮົບຮ່ວມ “ມັງກອນຄຳ 2025” ລະຫວ່າງຈີນ-ກຳປູເຈຍ, ກອງທັບຈີນທີ່ເຂົ້າຮ່ວມການຊ້ອມຮົບຄັ້ງນີ້ໄດ້ແຕ່ງຕັ້ງພະນັກງານແພດໝໍແລະພະຍາບານກໍຄືຜູ້ຕາງໜ້ານາຍແລະພົນທະຫານ,ດຳເນີນການເຄື່ອນໄຫວຊ່ວຍເຫຼືອດ້ານມະນຸດສະທຳຢູ່ໂຮງຮຽນແລະເຂດຊຸມຊົນທີ່ຢູ່ໃກ້ກັບຖານການຊ້ອມຮົບ.

ໃນມື້ດຽວກັນ, ທີມແພດໝໍຂອງກອງທັບຈີນທີ່ເຂົ້າຮ່ວມການຊ້ອມຮົບຄັ້ງນີ້ໄດ້ຕັ້ງເຂດປິ່ນປົວຊົ່ວຄາວຢູ່ຄຣິນິກແຫ່ງໜຶ່ງໃນແຂວງກຳປົງຊະນັງຂອງກຳປູເຈຍ. ໂດຍໄດ້ບໍລິຈາກຢາທີ່ໃຊ້ໃນຊີວິດປະຈຳວັນ 39 ຊະນິດ ມີທັງໝົດ 5.700 ກວ່າກັບ(ຫຼອດ),ໄດ້ປິ່ນປົວຄົນເຈັບ 170 ກວ່າເທື່ອຄົນ ແລະແຈກຢາຍຢາປົວພະຍາດ 500 ກວ່າກັບ.