ເມື່ອບໍ່ດົນມານີ້, ມູນນິທິອະນຸລັກປາຂ່າປາຍຈີ້ ທີ່ນະຄອນອູຮັ້ນຂອງຈີນແຈ້ງໃຫ້ຮູ້ວ່າ: ເຕັກໂນໂລຊີຕິດຕາມວິເຄາະສຽງປາຂ່າແມ່ນ້ຳຢາງເຊຂອງຈີນໄດ້ຖືກນໍາໃຊ້ເຂົ້າໃນການຕິດຕາມ ແລະ ອະນຸລັກປາໝູອີຣະວະດີແມ່ນ້ຳຂອງຢູ່ກຳປູເຈຍ. ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ: ບົດຮຽນດ້ານການອະນຸລັກປາຂ່າແມ່ນ້ຳຢາງເຊຂອງຈີນກຳລັງກ້າວໄປສູ່ອາຊີຕາເວັນອອກສຽງໃຕ້ ກໍຄືທົ່ວໂລກເທື່ອລະກ້າວ ເຊິ່ງເປັນການສະໜອງ “ສະຕິປັນຍາຂອງຈີນ” ໃຫ້ແກ່ການອະນຸລັກສິ່ງແວດລ້ອມນິເວດຂອງໂລກ.
ການອະນຸລັກປາຂ່າແມ່ນ້ຳຢາງເຊ ເຊິ່ງເປັນປະເພດສັດທີ່ສຳຄັນຍິ່ງໃນລະບົບນິເວດແມ່ນ້ຳຢາງເຊ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ. ໃນຊຸມປີມໍ່ໆມານີ້, ຄຽງຄູ່ກັບຍຸດທະສາດອະນຸລັກແມ່ນ້ຳຢາງເຊ ໄດ້ຮັບການຈັດຕັ້ງປະຕິດບັດຢ່າງເລິກເຊິ່ງ, ການອອກກົດໝາຍວ່າດ້ວຍການອະນຸລັກແມ່ນ້ຳຢາງເຊ, ການເກືອດຫ້າມການຫາປາຢູ່ແມ່ນໍ້າຢາງເຊເປັນໄລຍະວລາ 10 ປີ ແລະ ມາດຕະການອື່ນໆໄດ້ຮັບການຈັດຕັ້ງປະຕິບັດ, ສາຍພັນປາຂ່າແມ່ນ້ຳຢາງເຊໄດ້ຍຸດຕິການຫຼຸດລົງ ແລະ ຟື້ນຟູການເພີ່ມຂຶ້ນ. ອີງຕາມຜົນການສຳຫຼວດວິທະຍາສາດປາຂ່າແມ່ນ້ຳຢາງເຊຄັ້ງທີ 4 ໃນປີ 2022 ໃຫ້ຮູ້ວ່າ: ກຸ່ມປາຂ່າໃນແມ່ນ້ຳຢາງເຊໄດ້ມີເຖິງ 1.249 ໂຕ, ເພີ່ມຂຶ້ນ 23,4% ເມື່ອທຽບໃສ່ປີ 2017. ຜົນງານດັ່ງກ່າວບໍ່ແມ່ນງ່າຍທີ່ຈະໄດ້ມາ ແລະ ເປັນຜົນງານອັນສຳຄັນຂອງຈີນໃນຂົງເຂດອະນຸລັກສັດນ້ຳ.
ຜົນສຳເລັດການອະນຸລັກປາຂ່າແມ່ນ້ຳຢາງເຊຂອງຈີນ ແມ່ນປາສະຈາກການຄ້ຳປະກັນ ແລະ ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີບໍ່ໄດ້. ເຕັກນິກຕິດຕາມວິເຄາະສຽງປາໝູອີຣະວະດີແມ່ນ້ຳຂອງທີ່ນຳໃຊ້ຢູ່ກຳປູເຈຍໃນຄັ້ງນີ້ ແມ່ນບົນພື້ນຖານຄວາມຄ້າຍຄືກັນດ້ານລະບົບສຽງລະຫວ່າງປາຂ່າແມ່ນ້ຳຢາງເຊ ແລະ ປາໝູອີຣະວະດີ. ເຕັກນິກດັ່ງກ່າວແມ່ນພັດທະນາໂດຍມູນນິທິອະນຸລັກປາຂ່າປາຍຈີ້ , ສະຖາບັນຄົ້ນຄວ້າສັດນ້ຳຂອງສະຖາບັນວິທະຍາສາດຈີນ ແລະ ບໍລິສັດວິທະຍາສາດເຕັກໂນໂລຊີແຫ່ງໜຶ່ງຢູ່ນະຄອນອູຮັ້ນຂອງຈີນ. ໂດຍຜ່ານອຸປະກອນວິຊາສຽງ, ສາມາດຕິດຕາມການແຈກຢາຍ ແລະ ການເຄື່ອນທີ່ຂອງປາໝູ ເພື່ອສະໜອງຫຼັກອ້າງອີງດ້ານວິທະຍາສາດໃຫ້ແກ່ການວາງນະໂຍບາຍອະນຸລັກ. ການນຳໃຊ້ເຕັກນິກດັ່ງກ່າວຢ່າງມີຜົນສຳເລັດ ບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນເຖິງລະດັບນຳໜ້າຂອງຈີນໃນດ້ານເຕັກນິກຕິດຕາມສັດນ້ຳເທົ່ານັ້ນ, ແຕ່ຍັງໄດ້ສ້າງຄວາມຫວັງໃໝ່ໃຫ້ແກ່ການອະນຸລັກປາໝູອີຣະວະດີແມ່ນ້ຳຂອງອີກດ້ວຍ.
ນອກຈາກການປະດິດສ້າງໃໝ່ດ້ານເຕັກໂນໂລຊີແລ້ວ, ຈີນຍັງໄດ້ສະສົມບົດຮຽນດ້ານການຄຸ້ມຄອງ ແລະ ອະນຸລັກໃນຂະບວນການອະນຸລັກປາຂ່າແມ່ນ້ຳຢາງເຊອີກດ້ວຍ. ຍົກຕົວຢ່າງຄື: ຈີນໄດ້ສ້າງເຂດອະນຸລັກທຳມະຊາດ ແລະ ເຂດອະນຸລັກຍົກຍ້າຍຫຼາຍແຫ່ງ ເຊິ່ງເປັນເຄືອຂ່າຍອະນຸລັກຢ່າງສົມບູນຄົບຖ້ວນ; ເຮັດໃຫ້ກໍລະນີປາຂ່າຖືກບາດເຈັບ ແລະ ຕາຍຫຼຸດໜ້ອຍລົງຢ່າງມີປະສິດທິຜົນ ໂດຍຜ່ານການເພີ່ມທະວີການຄຸ້ມຄອງການເຄື່ອນໄຫວດ້ານການປະມົງຢ່າງເຂັ້ມງວດ; ປະຕິບັດວຽກງານບູລະນະລະບົບນິເວດ ເພື່ອປັບປຸງສິ່ງແວດລ້ອມທີ່ຢູ່ອາໄສຂອງປາຂ່າໃຫ້ດີຂຶ້ນ; ຊຸກຍູ້ການສຶກສາ ແລະ ການໂຄສະນາເຜີຍແຜ່ດ້ານວິທະຍາສາດໃຫ້ແກ່ມວນຊົນ ເພື່ອຍົກສູງສະຕິ ແລະ ການມີສ່ວນຮ່ວມດ້ານການອະນຸລັກປາຂ່າຂອງທົ່ວສັງຄົມ ແລະອື່ນໆ. ບົດຮຽນເຫຼົ່ານີ້ ໄດ້ກາຍເປັນບົດຮຽນທີ່ລ້ຳຄ່າສໍາລັບປະເທດ ແລະ ເຂດແຄວ້ນອື່ນໃນການອະນຸລັກສັດປະເພດປາວານສາຍພັນນ້ອຍ.
ເມື່ອບໍ່ດົນມານີ້, ທ່ານນາງ ຈັນທະສອນ ສີຫານາດ ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ທີ່ໄດ້ເດີນທາງມາຈີນເພື່ອເຂົ້າຮ່ວມການສຳພາດຮ່ວມ “ທ່ຽວປະເທດຈີນ, ຊອກຮູ້ອູຮັ້ນ” ໄດ້ອຸທານວ່າ: “ບົດຮຽນດ້ານການອະນຸລັກປາຂ່າແມ່ນ້ຳຢາງຊີກຽງຂອງຈີນ ເປັນບົດຮຽນທີ່ດີສຳລັບປະເທດລາວ. ເຖິງແມ່ນວ່າປາຂ່າ ຢູ່ລາວໄດ້ສູນພັນແລ້ວກໍຕາມ, ແຕ່ຢູ່ໃນແມ່ນ້ຳຂອງຍັງມີສັດນ້ຳຫຼາກຫຼາຍຊະນິດທີ່ຕ້ອງການໃຫ້ພວກເຮົາອະນຸລັກໃນໄລຍະຍາວນານ.” ຈາກແມ່ນ້ຳຢາງເຊຮອດແມ່ນ້ຳຂອງ, ບົດຮຽນການອະນຸລັກປາຂ່າຂອງຈີນໄດ້ກ້າວໄປສູ່ທົ່ວໂລກ, ນີ້ບໍ່ພຽງແຕ່ເປັນການປະກອບສ່ວນຢ່າງຕັ້ງໜ້າຂອງຈີນເຂົ້າໃນການອະນຸລັກຄວາມຫຼາກຫຼາຍດ້ານຊີວະນານາພັນຂອງທົ່ວໂລກເທົ່ານັ້ນ, ແຕ່ຍັງໄດ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງຈີນໃນການສ້າງຄວາມສິວິໄລດ້ານລະບົບນິເວດອີກດ້ວຍ.