ວັນທີ 18 ພຶດສະພານີ້, ນັກຂ່າວໄດ້ຮັບຂ່າວຈາກກົມຄວບຄຸມພະຍາດແຫ່ງຊາດຈີນວ່າ: ໃນຕອນທ່ຽງມື້ດຽວກັນ, ໜ່ວຍປ້ອງກັນພະຍາດທີ່ລັດຖະບານຈີນຊ່ວຍເຫຼືອມຽນມາໄດ້ສຳເລັດການປະຕິບັດໜ້າທີ່ປ້ອງກັນພະຍາດຢ່າງຈົບງາມ, ແລະໄດ້ເດີນທາງກັບປະເທດຈີນຜ່ານສະໜາມບິນສາກົນຊາງສຸຍນະຄອນຄຸນໝິງແຂວງຢູນໜານຈີນ.
ພາຍຫຼັງເກີດໄພແຜ່ນດິນໄຫວຂະໜາດ 7,9 ຣິກເຕີຢູ່ມຽນມາ, ອີງຕາມການຈັດວາງຢ່າງເປັນເອກະພາບກັນຂອງສູນກາງພັກກອມມູນິດຈີນ, ໜ່ວຍປ້ອງກັນພະຍາດທີ່ລັດຖະບານຈີນຊ່ວຍເຫຼືອມຽນມາໄດ້ອອກເດີນທາງໃນວັນທີ 19 ເມສາແລ້ວນີ້, ເດີນທາງໄປແຂວງມັນດາເລເຊິ່ງເປັນເຂດປະສົບໄພຢ່າງໜັກໜ່ວງທີ່ສຸດເພື່ອປະຕິບັດວຽກງານດ້ານສາທາລະນະສຸກແລະປ້ອງກັນພະຍາດພາຍຫຼັງໄພພິບັດເປັນເວລາ 1 ເດືອນ. ໃນໄລຍະປະຕິບັດວຽກງານຢູ່ມຽນມາ, ໜ່ວຍປ້ອງກັນພະຍາດໄດ້ຜ່ານຜ່າຄວາມຫຍຸ້ງຍາກຢ່າງຫຼວງຫຼາຍ, ໄດ້ເຂົ້າສູ່ເຂດປະສົບໄພແຜ່ນດິນໄຫວເພື່ອທົດສອບຄຸນນະພາບຂອງນ້ຳ, ການສັກຢາວັກແຊ້ງແລະວຽກງານອື່ນໆ.