ວັນທີ 18 ພຶດສະພານີ້, ດ່ານກວດກາແລະຄຸ້ມຄອງຄົນເຂົ້າ-ອອກເມືອງຊາຍແດນບໍ່ຫານຈີນໄດ້ແຈ້ງໃຫ້ຮູ້ວ່າ: ນັບແຕ່ຕົ້ນປີ 2025 ມາຮອດເວລາ 17 ໂມງຂອງວັນທີ 18 ພຶດສະພານີ້, ຢູ່ດ່ານກວດກາແລະຄຸ້ມຄອງຄົນເຂົ້າ-ອອກເມືອງ ບໍ່ຫານຢູ່ຊາຍແດນລະຫວ່າງຈີນ-ລາວລວມທັງດ່ານທາງຫຼວງແລະດ່ານທາງລົດໄຟໄດ້ກວດກາຜູ້ໂດຍສານເຂົ້າອອກເມືອງປະມານ1.200.000 ເທື່ອຄົນ, ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ໄດ້ສ້າງສະຖິຕິສູງສຸດເທື່ອໃໝ່ໃນປະຫວັດສາດເມື່ອທຽບໃສ່ໄລຍະດຽວກັນໃນ 32 ປີຜ່ານມາຫຼັງຈາກໄດ້ສ້າງຕັ້ງດ່ານດັ່ງກ່າວ.
ຕາມສະຖິຕິຂອງດ່ານກວດກາແລະຄຸ້ມຄອງຄົນເຂົ້າ-ອອກເມືອງບໍ່ຫານຈີນໃຫ້ຮູ້ວ່າ: ນັບມາຮອດວັນທີ 18 ພຶດສະພານີ້, ດ່ານດັ່ງກ່າວໄດ້ກວດກາແລະປ່ອຍນັກທ່ອງທ່ຽວຕ່າງປະເທດຫຼາຍກວ່າ 560.000 ເທື່ອຄົນທີ່ມາຈາກ 88 ປະເທດແລະເຂດແຄວ້ນ, ເພີ່ມຂຶ້ນ 27% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ການທ່ອງທ່ຽວ, ການຢ້ຽມຢາມພີ່ນ້ອງໝູ່ເພື່ອນແລະເຂົ້າຮ່ວມກອງປະຊຸມແລະ ດຳເນີນທຸລະກິດແມ່ນ 3 ເຫດຜົນຕົ້ນຕໍໃນການເຂົ້າເມືອງ, ໃນນັ້ນອັດຕາຂອງນັກທ່ອງທ່ຽວຕ່າງປະເທດທີ່ຖືກຍົກເວັ້ນວິຊາກວມເອົາຫຼາຍກວ່າ 96%.