ອົງການສະຫະປະຊາຊາດປະກາດບົດລາຍງານໃນຫວ່າງໆນີ້, ໂດຍເຫັນວ່າ, ການປະສານງານດ້ານນະໂຍບາຍລະຫວ່າງປະເທດຕ່າງໆ ແລະ ການຮ່ວມມືສາກົນ ມີຄວາມໝາຍສຳຄັນທີ່ສຸດ ຕໍ່ການຮັກສາເສດຖະກິດທົ່ວໂລກໃຫ້ໝັ້ນທ່ຽງ ແລະການຊຸກຍູ້ການພັດທະນາແບບຍືນຍົງ, ວັນທີ 16 ພຶດສະພານີ້, ໃນເວລາຕອບຄຳຖາມຂອງນັກຂ່າວ, ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ເສດຖະກິດທົ່ວໂລກຍິ່ງປະເຊີນໜ້າກັບຄວາມສ່ຽງ, ຍິ່ງຕ້ອງການຮັບມືກັບສິ່ງທ້າທາຍດ້ວຍການເປີດປະຕູ, ແກ້ໄຂຄວາມຂັດແຍ້ງກັນດ້ວຍການຮ່ວມມື. ປະເທດຈີນທີ່ເປີດປະຕູ ແມ່ນໂອກາດສຳລັບທົ່ວໂລກຕະຫຼອດການ.
ໃນກອງປະຊຸມຂ່າວປະຈຳທີ່ຈັດຂຶ້ນໃນມື້ດຽວກັນ, ມີນັກຂ່າວຖາມວ່າ: ພວກເຮົາໄດ້ເຫັນວ່າ, ວັນທີ 15 ພຶດສະພານີ້, ອົງການສະຫະປະຊາຊາດໄດ້ປະກາດບົດລາຍງານທີ່ມີຫົວຂໍ້ວ່າ: ການປັບປຸງສະພາບການແລະອະນາຄົດຂອງເສດຖະກິດທົ່ວໂລກກາງປີ 2025, ໂດຍເຫັນວ່າ, ການເກັບພາສີເພີ່ມແລະຄວາມບໍ່ແນ່ນອນຂອງນະໂຍບາຍການຄ້າ ໄດ້ເຮັດໃຫ້ອະນາຄົດເສດຖະກິດທົ່ວໂລກຊຸດໂຊມລົງ, ໄດ້ນຳເອົາສິ່ງທ້າທາຍຫຼາຍຢ່າງໃຫ້ແກ່ປະຊາຄົມໂລກ ໂດຍສະເພາະແມ່ນອົງກອນເສດຖະກິດທີ່ພວມພັດທະນາ, ຈີນກໍ່ຈະຖືກກະທົບຄືກັນ. ບົດລາຍງານຄາດຄະເນວ່າ, ຈັງຫວະການເຕີບໂຕຂອງເສດຖະກິດທົ່ວໂລກໃນປີນີ້ຈະຫຼຸດຕ່ຳລົງເປັນ 2,4%, ການເຕີບໂຕຂອງການຄ້າຈະຫຼຸດລົງຮອດ 1,6%, ໂດຍເຫັນວ່າ, ການປະສານງານດ້ານນະໂຍບາຍລະຫວ່າງປະເທດຕ່າງໆ ແລະ ການຮ່ວມມືສາກົນ ມີຄວາມໝາຍສຳຄັນທີ່ສຸດ ຕໍ່ການຮັກສາເສດຖະກິດທົ່ວໂລກໃຫ້ໝັ້ນທ່ຽງ ແລະການຊຸກຍູ້ການພັດທະນາແບບຍືນຍົງ. ຝ່າຍຈີນມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?
“ປັດຈຸບັນ, ລັດທິຫຼາຍຝ່າຍ ກັບ ການຄ້າເສລີກຳລັງປະເຊີນໜ້າກັບສິ່ງທ້າທາຍທີ່ຂ້ຽວຂາດ. ເລື່ອງຈິງໄດ້ຢືນຢັນເທື່ອແລ້ວເທື່ອອີກວ່າ, ໂລກາພິວັດດ້ານເສດຖະກິດແມ່ນກະແສປະຫວັດສາດ, ການເປີດປະຕູແລະການຮ່ວມມືແມ່ນທ່າອ່ຽງຫຼັກຂອງຍຸກສະໄໝ, ລັດທິຫຼາຍຝ່າຍແມ່ນທາງເລືອກທີ່ຕ້ອງເປັນໄປ.” ທ່ານລີນຈ້ຽນກ່າວຕື່ມວ່າ, ພາຍໃຕ້ສະພາບການໃນປັດຈຸບັນ, ຝ່າຍຕ່າງໆຍິ່ງຄວນປົກປັກຮັກສາໂຄງປະກອບການຄ້າຫຼາຍຝ່າຍແລະລະບຽບການເສດຖະກິດການຄ້າສາກົນ, ຮັກສາສະພາບແວດລ້ອມສາກົນທີ່ເປີດປະຕູແລະຮ່ວມມືກັນ, ເພື່ອບັນລຸການພັດທະນາແບບຍືນຍົງ ແລະຄວາມຈະເລີນຮຸ່ງເຮືອງພ້ອມກັນ.