ວັນທີ 13 ພຶດສະພານີ້, ເຈົ້າໜ້າທີ່ກະຊວງທີ່ປຶກສາແຫ່ງລັດດ້ານການບິນພົນລະເຮືອນກຳປູເຈຍເປີດເຜີຍໃຫ້ຮູ້ວ່າ, ສະໜາມບິນສາກົນ Techo ຂອງກຳປູເຈຍຄາດວ່າຈະເປີດບໍລິການຢ່າງເປັນທາງການໃນວັນທີ 10 ກໍລະກົດ, ຮອດເວລານັ້ນສະໜາມບິນສາກົນພະນົມເປັນທີ່ກຳລັງໝູນເດີນນັ້ນຈະປິດບໍລິການຢ່າງຮອບດ້ານ, ແລະວຽກງານທັງໝົດຈະຍ້າຍໄປສະໜາມບິນສາກົນ Techo ທີ່ສ້າງສຳເລັດໃໝ່.
ຕາມຂ່າວແຈ້ງວ່າ, ສະໜາມບິນສາກົນພະນົມເປັນເລີ່ມລົງມືກໍ່ສ້າງໃນເມື່ອປີ 1957, ແລະເປີດການນຳໃຊ້ຢ່າງເປັນທາງການໃນເດືອນມັງກອນປີ 1959. ໃນຫຼາຍປີມານີ້, ສະໜາມບິນສາກົນພະນົມເປັນແມ່ນສູນກາງບໍລິການທາງອາກາດທີ່ສຳຄັນຂອງນະຄອນຫຼວງພະນົມເປັນ ແລະ ເຂດອ້ອມຂ້າງມາໂດຍຕະຫຼອດ.