ວັນທີ 9 ພຶດສະພານີ້, ອຸປະກອນກູ້ໄພແຜ່ນດິນໄຫວມະນຸດສະທຳສຸກເສີນຊຸດທີ 13 ທີ່ລັດຖະບານຈີນຊ່ວຍເຫຼືອມຽນມາໄດ້ຖືກຂົນສົ່ງຮອດນະຄອນຢາງກຸ້ງ.
ອຸປະກອນກູ້ໄພຊຸດນີ້ແມ່ນຫ້ອງທີ່ສ້າງດ້ວຍແປ້ນ 1576 ຊຸດ.
ຕາມສຳນັກຂ່າວສານມຽນມາລາຍງານຂ່າວໃນວັນທີ 10 ພຶດສະພານີ້ວ່າ: ນັບມາຮອດວັນທີ 9 ພຶດສະພານີ້, ໄພແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນຢູ່ມຽນມາໃນວັນທີ 28 ມີນາຜ່ານມາໄດ້ເຮັດໃຫ້ມີຜູ້ເສຍຊີວິດປະມານ 3800 ຄົນແລະມີ 5100 ກວ່າຄົນບາດເຈັບ.