ນັບແຕ່ຕົ້ນເດືອນພຶດສະພາຮອດປັດຈຸບັນນີ້ ປະລິມານການຂົນສົ່ງໝາກໄມ້ຈາກອາຊີຕາເວັນອອກສຽງໃຕ້ດ້ວຍລົດໄຟລາວຈີນສະເລ່ຍຕໍ່ມື້ຫຼາຍກວ່າ 2.000 ໂຕນ

CRI, May 18, 2025
Size:

ວັນທີ 13 ພຶດສະພານີ້, ນັກຂ່າວໄດ້ຮັບຂໍ້ມູນຈາກກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸນໝິງວ່າ: ນັບແຕ່ຕົ້ນເດືອນພຶດສະພາຮອດປັດຈຸບັນນີ້, ປະລິມານໝາກໄມ້ເຂດຮ້ອນຈາກລາວ, ໄທ, ມາເລເຊຍແລະປະເທດອື່ນໆທີ່ຂົນສົ່ງດ້ວຍລົດໄຟລາວຈີນໄດ້ສ້າງສະຖິຕິສູງສຸດເລື້ອຍໆ, ສະເລ່ຍຕໍ່ມື້ຫຼາຍກວ່າ 2.000 ໂຕນ.

ສະເພາະແຕ່ກາງເດືອນເມສາຫາຕົ້ນເດືອນພຶດສະພານີ້, ຍອດປະລິມານໝາກໄມ້ທີ່ຂົນສົ່ງດ້ວຍລົດໄຟລາວ-ຈີນບັນລຸຫຼາຍກວ່າ 20.000 ໂຕນ. ເພື່ອຮັບມືກັບໝາກໄມ້ເຂດຮ້ອນຈາກອາຊີຕາເວັນອອກສຽງໃຕ້ທີ່ເຂົ້າສູ່ຕະຫຼາດຢ່າງຫຼວງຫຼາຍ, ລົດໄຟລາວຈີນແຕ່ລະມື້ໄດ້ເພີ່ມຂະບວນຂົນສົ່ງສິນຄ້າສາກົນ ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ2 ຂະບວນ.