ກອງ​ທັບ​ເຮືອ​ຈີນ​ຈະ​ເຂົ້າ​ຮ່ວມ​ການຝຶກ​ຊ້ອມຮ່ວມ “ມັງ​ກອນ​ຄຳ 2025” ລະ​ຫວ່າງ​ຈີນ​-ກຳ​ປູ​ເຈຍ

CRI, May 14, 2025
Size:

ຕອນເຊົ້າວັນທີ 12 ພຶດສະພານີ້, ກຳປັ່ນນຳພົນຂຶ້ນບົກສັງລວມຂະໜາດ 071 ຂອງກອງຮັບເຮືອກອງທັບປົດປ່ອຍປະຊາຊົນຈີນໄດ້ເດີນເຮືອໄປຈອດຢູ່ຖານທັບເຮືອເຣມແຂວງສີທານຸວິນປະເທດກຳປູເຈຍ ເພື່ອກຽມເຂົ້າຮ່ວມການຝຶກຊ້ອມຮ່ວມ ມັງກອນຄຳ 2025ລະຫວ່າງຈີນ-ກຳປູເຈຍທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 14-28 ພຶດສະພານີ້. 

ແຫຼ່ງຂ່າວຈາກກະຊວງຖະແຫຼງຂ່າວກຳປູເຈຍໃຫ້ຮູ້ວ່າ: ກຳປູເຈຍຈະມີ 1.331 ຄົນ ແລະ ຈີນ 845 ຄົນ ພ້ອມດ້ວຍອາວຸດຍຸດໂທປະກອນທີ່ທັນສະໄໝປະເພດຕ່າງໆ ເຊັ່ນ: ກຳປັ່ນຮົບ, ເຮືອບິນເຮລິກອບເຕ, ເຮືອບິນບໍ່ມີຄົນຂັບ, ຫຸ່ນຍົນຄ້າຍຄືໝາ, ອາວຸດ ແລະ ລະເບີດຈະເຂົ້າຮ່ວມການຝຶກຊ້ອມຮ່ວມຄັ້ງນີ້. 

ການຝຶກຊ້ອມຮ່ວມ ມັງກອນຄຳເລີ່ມຂຶ້ນແຕ່ປີ 2016 ໂດຍມີຈີນແລະກຳປູເຈຍຮ່ວມກັນເປັນຝ່າຍຈັດ.