ມູນນິທິຊົມໃຊ້ຮ່ວມກັນຮ່ວມມືກັບກະຊວງສາທາລະນະສຸກຂອງລາວສຳເລັດໂຄງການລຶບລ້າງພະຍາດແກ່ນຕາຂຸ້ນຂອງລາວ

CRI, May 14, 2025
Size:

ຫວ່າງບໍ່ດົນມານີ້, ມູນນິທິຊົມໃຊ້ຮ່ວມກັນຫຼື GX Foundation ຂອງຈີນແລະກະຊວງສາທາລະນະສຸກລາວໄດ້ຈັດພິທີສະເຫຼີມສະຫຼອງການສຳເລັດໂຄງການລຶບລ້າງພະຍາດແກ່ນຕາຂຸ້ນຂອງລາວຢູ່ນະຄອນຫຼວງວຽງຈັນຂອງລາວ.

ຂ່າວແຈ້ງວ່າ: ໂຄງການລົບລ້າງພະຍາດແກ່ນຕາຂຸ້ນຂອງລາວໄດ້ເຊັນບົດບັນທຶກຄວາມເຂົ້າໃຈໃນປີ 2019 ແລະເລີ່ມຈັດຕັ້ງປະຕິບັດຢ່າງເປັນທາງການໃນເດືອນກັນຍາປີ 2022. ມູນນິທິ GX ຮ່ວມມືກັບຄະນະກຳມະການສາທາລະນະສຸກເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຈີນ, ໄດ້ສົ່ງພະນັກງານການແພດພະແນກຕາ 84 ເທື່ອຄົນເປັນ 10 ທິມການແພດ, ໄດ້ດຳເນີນການກວດກາຕາໃຫ້ແກ່ປະຊາຊົນລາວ 6500 ກວ່າຄົນ, ສຳເລັດການຜ່າຕັດແກ່ນຕາຂຸ້ນ 5768 ກໍລະນີ, ບັນລຸເປົ້າໝາຍການລຶບລ້າງກໍລະນີຕົກຄ້າງ, ໄດ້ຮັບຄວາມຍ້ອງຍໍຈາກປະຊາຊົນທ້ອງຖິ່ນ. 

ມູນນິທິ GX ແມ່ນອົງການຈັດຕັ້ງຊ່ວຍເຫຼືອມະນຸດສະທຳການແພດສາກົນທີ່ບໍ່ຂຶ້ນກັບລັດຖະບານແລະບໍ່ຫວັງຜົນກຳໄລທີ່ໄດ້ລົງທະບຽນຢູ່ເຂດຮົງກົງຈີນໃນປີ 2018 ເຊິ່ງມີຈຸດປະສົງເພື່ອປະກອບສ່ວນກຳລັງແຮງເຂົ້າໃນຂົງເຂດຊ່ວຍເຫຼືອການປິ່ນປົວສາກົນຂອງຈີນ.