ຂະ​ແໜງ​ການ​ໄປ​ສະ​ນີ​ດ່ວນ​ຕັ້ງ​ໜ້າ​ສ້າງ “ແບບ​ຢ່າງ​ສີ​ຄຳ” ແຫ່ງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ

lmcchina.org, May 13, 2025
Size:

ພາຍໃຕ້ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ວິສາຫະກິດໄປສະນີດ່ວນຂອງຈີນໄດ້ຊຸກຍູ້ການເຊື່ອມໂຍງເຊື່ອມຈອດດ້ານການຄ້າການລົງທຶນ ແລະ ຍົກລະດັບເຕັກໂນໂລຊີຢ່າງຕໍ່ເນື່ອງ ຊຶ່ງໄດ້ນຳເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະຊາຊົນໃນພາກພື້ນ.

ຫວຽດນາມເປັນໜຶ່ງໃນອົງກອນເສດຖະກິດທີ່ເຕີບໂຕຢ່າງໄວທີ່ສຸດໃນອາຊີຕາເວັນອອກສຽງໃຕ້, ມູນຄ່າການຄ້າກັບຈີນໄດ້ລື່ນກາຍ 200 ຕື້ໂດລາໃນປີ 2023. ພາຍໃຕ້ສະພາບການແບບນີ້, ບໍລິສັດຊຸ້ນເຟິ່ງ (sf-express)ໄດ້ອອກແຮງພັດທະນາການບໍລິການຂ້າມຊາດ, ພ້ອມທັງໄດ້ເຊັນສັນຍາການຮ່ວມມືກັບບໍລິສັດ China Unicom ສາຂານານນິງ, ລົງເລິກການບໍລິການຂົນສົ່ງສິນຄ້າຜ່ານດ່ານ. ປັດຈຸບັນ, ບໍລິສັດຊຸ້ນເຟິ່ງມີທິມງານບໍລິການຂົນສົ່ງສິນຄ້າຜ່ານດ່ານ ຫຼາຍກວ່າ 230 ຄົນຢູ່ຫວຽດນາມ, ຊຶ່ງໄດ້ປະຢັດເວລາຜ່ານດ່ານຢ່າງຫຼວງຫຼາຍ.

ບໍລິສັດຈໍລະຈອນສິນຄ້າຈິ່ງຕຸ່ງ (JD) ເຂົ້າສູ່ຕະຫຼາດຫວຽດນາມໃນປີ 2019, ໄດ້ເພີ່ມການລົງທຶນຕໍ່ປະເທດລ່ອງແມ່ນ້ຳຂອງຢ່າງບໍ່ຢຸດຢັ້ງ. ບໍລິສັດດັ່ງກ່າວມີສາງ ສິນຄ້າ 7 ແຫ່ງຢູ່ ມາເລເຊຍ, ສິງກະໂປ, ໄທ, ຫວຽດນາມ ແລະປະເທດອື່ນໆ, ຕົ້ນຕໍແມ່ນໃຫ້ບໍລິການແກ່ວິສາຫະກິດຂອງປະເທດອາຊີຕາເວັນອອກສຽງໃຕ້, ຍີ່ຫໍ້ຈີນທີ່ພັດທະນາຢູ່ອາຊີຕາເວັນອອກສຽງໃຕ້, ພ້ອມດ້ວຍນັກທຸລະກິດການຄ້າເອເລັກໂຕຣນິກຂ້າມຊາດຂອງຈີນ ແລະ ປະເທດໃນພາກພື້ນອາຊີຕາເວັນອອກສຽງໃຕ້.

ເພື່ອຊຸກຍູ້ໃຫ້ການຈໍລະຈອນສິນຄ້າຂ້າມຊາດຫຼຸດຜ່ອນຕົ້ນທຶນ ຍົກສູງຄຸນນະພາບ ແລະ ມີປະສິດທິພາບເພີ່ມຂຶ້ນ. ນັບແຕ່ປີກາຍນີ້ເປັນຕົ້ນມາ, ບໍລິສັດຈົ່ງທົ່ງ (ZTD) ໄດ້ອອກແຮງຄົ້ນຄວ້າຮູບແບບການຈໍລະຈອນສິນຄ້າຂ້າມຊາດ “ສົ່ງເຖິງທີ່ດ້ວຍໃບສັ່ງໃບດຽວ” ໃນການບໍລິການໄປສະນີດ່ວນສາກົນ. ບໍລິສັດຈົ່ງທົ່ງໄດ້ຊື້ຫຸ້ນ 20% ຂອງບໍລິສັດ GHN ທີ່ເປັນໜຶ່ງໃນ 3 ບໍລິສັດໄປສະນີດ່ວນໃຫຍ່ທີ່ສຸດຂອງຫວຽດນາມ.

ຂະແໜງການໄປສະນີດ່ວນຂອງຈີນຈະສືບຕໍ່ເຂົ້າຮ່ວມການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດພາກພື້ນ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.