ກິດ​ຈະ​ກຳ “ສັບ​ປະ​ດາ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ” ກ່ຽວ​ກັບ​ຂົງ​ເຂດ​ຊັບ​ພະ​ຍາ​ກອນ​ນ້ຳ 2025 ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ

lmcchina.org, May 13, 2025
Size:

ລະຫວ່າງວັນທີ 24 ຫາ 25 ເມສາ 2025, ກິດຈະກຳ “ສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ກ່ຽວກັບຂົງເຂດຊັບພະຍາກອນນ້ຳ 2025 ໄດ້ຈັດຂຶ້ນຢ່າງສຳເລັດຜົນຢູ່ເຂດໃໝ່ ຊົງອ່ານ ແຂວງ ເຫີເປີຍ. ມີຜູ້ຕາງໜ້າຈາກກະຊວງການຕ່າງປະເທດຈີນ, ກະຊວງຊັບພະຍາກອນນ້ຳຈີນ, ສະຖານທູດລາວ ກຳປູເຈຍ ມຽນມາ ໄທ ແລະ ຫວຽດນາມປະຈຳຈີນ, ພາກສ່ວນກ່ຽວຂ້ອງກັບການຮ່ວມມືດ້ານຊັບພະຍາກອນນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງພ້ອມດ້ວຍສື່ມວນຊົນລວມທັງໝົດປະມານ 50 ຄົນໄດ້ເຂົ້າຮ່ວມກິດຈະກຳຄັ້ງນີ້.

ກິດຈະກຳ “ສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ກ່ຽວກັບຂົງເຂດຊັບພະຍາກອນນ້ຳໃນຄັ້ງນີ້ ມີຈຸດປະສົງເພື່ອລົງເລິກຈັດຕັ້ງປະຕິບັດຈິດໃຈກອງປະຊຸມຜູ້ນຳຄັ້ງທີ 4 ແລະ ກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທີ 9 ກ່ຽວກັບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ແຈ້ງຄວາມຄືບໜ້າແຫ່ງການຮ່ວມມືດ້ານຊັບພະຍາກອນນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ແລກປ່ຽນກ່ຽວກັບທິດທາງການພັດທະນາໃນອະນາຄົດ, ຮ່ວມກັນວາງແຜນການຮ່ວມມືດ້ານຊັບພະຍາກອນນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2.0, ຊຸກຍູ້ການຮ່ວມມືດ້ານຊັບພະຍາກອນນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງກ້າວໄປໄກຢ່າງໜັກແໜ້ນ.

ໃນຂັ້ນຕອນແລກປ່ຽນຄວາມເຫັນ, ທູຕານຸທູດຂອງ 5 ປະເທດປະຈຳຈີນມີຄວາມເຫັນເປັນເອກະພາບກັນວ່າ: ການຮ່ວມມືດ້ານຊັບພະຍາກອນນ້ຳແມ່ນ້ຳ  ລ້ານຊ້າງ-ແມ່ນ້ຳຂອງເປັນພື້ນຖານສຳຄັນທີ່ຊຸກຍູ້ພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງພັດທະນາແບບຍືນຍົງ. ກົນໄກການຮ່ວມມືດ້ານຊັບພະຍາກອນນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ກາຍເປັນຊ່ອງທາງການສົນທະນາ ແລະ ການຮ່ວມມືທີ່ສຳຄັນ ໃນດ້ານການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນນ້ຳລະຫວ່າງ 6 ປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ທູຕານຸທູດຂອງ 5 ປະເທດປະຈຳຈີນໄດ້ຕີລາຄາໃນລະດັບສູງຕໍ່ຄວາມຄືບໜ້າ ແລະ ຜົນງານແຫ່ງການຮ່ວມມືດ້ານຊັບພະຍາກອນນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຫວັງຢາກທັດສະນະສຶກສາ ແລະ ຖອດຖອນບົດຮຽນດ້ານການຄຸ້ມຄອງນ້ຳຂອງຈີນ, ຮ່ວມກັບຈີນເສີມຂະຫຍາຍບົດບາດຂອງສູນການຮ່ວມມືດ້ານຊັບພະຍາກອນນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ເປັນເວທີສັງລວມ, ຈັດຕັ້ງປະຕິບັດ “ແຜນດຳເນີນງານການຮ່ວມມືດ້ານຊັບພະຍາກອນນ້ຳແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄລຍະ 5 ປີ (2023-2027)”, ເພີ່ມທະວີການສົນທະນາດ້ານນະໂຍບາຍ ແລະ ການແລກປ່ຽນເຕັກໂນໂລຊີ, ຊຸກຍູ້ການບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດ, ຊຸກຍູ້ການແບ່ງປັນຂໍ້ມູນຂ່າວສານ, ລົງເລິກການຮ່ວມມືໃນໂຄງການຕົວຈິງ, ພະຍາຍາມຍົກສູງຂີດຄວາມສາມາດດ້ານການບໍລິຫານນ້ຳໃນພາກພື້ນ, ປະກອບສ່ວນອັນໃໝ່ເຂົ້າໃນການພັດທະນາແບບຍືນຍົງຂອງພາກພື້ນແມ່ນນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ຄະນະຜູ້ແທນໄດ້ລົງສຳຫຼວດເກັບກຳຂໍ້ມູນກ່ຽວກັບການບໍລິຫານ ແລະ ອະນຸລັກນ້ຳຢູ່ ໄບຢາງຕ້ຽນ

ຄະນະຜູ້ແທນໄດ້ລົງສຳຫຼວດເກັບກຳຂໍ້ມູນກ່ຽວກັບການປັບປຸງນ້ຳໝູນວຽນ

ຄະນະຜູ້ແທນດຳເນີນກອງປະຊຸມແລກປ່ຽນຄວາມເຫັນ