ຂະບວນລົດໄຟຂົນສົ່ງສິນຄ້າສາກົນແບບປະສົມປະສານຫຼາຍຮູບແບບລະຫວ່າງຈີນ-ລາວ-ໄທ-ມຽນມາ “ສາຍດ່ວນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ” ໄດ້ເປີດນຳໃຊ້ເປັນຄັ້ງທຳອິດ

lmcchina.org, May 13, 2025
Size:

ວັນທີ 29 ເມສາ 2025,  ຂະບວນລົດໄຟຂົນສົ່ງສິນຄ້າສາກົນແບບປະສົມປະສານຫຼາຍຮູບແບບລະຫວ່າງຈີນ-ລາວ-ໄທ-ມຽນມາ “ສາຍດ່ວນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ” ໄດ້ເປີດນໍາໃຊ້ ເປັນຄັ້ງທຳອິດ ຢູ່ສະຖານີໃຈກາງຄຸນໝິງຫວາງເຈ່ຍຢີງຕາເວັນຕົກ ຂອງບໍລິສັດຕູ້ຄອນເທນເນີປະສົມປະສານສາກົນ ການລົດໄຟແຫ່ງປະເທດຈີນ (CRIntermodal) ຊຶ່ງຂະບວນລົດໄຟດັ່ງກ່າວແມ່ນດຳເນີນງານໂດຍບໍລິສັດໂລຈິດສະຕິກການຂົນສົ່ງຈີນ-ຕ່າງປະເທດ(ຢູນນານ) ຈຳກັດ.

ຂະບວນລົດໄຟດັ່ງກ່າວຖືເອົາເສັ້ນທາງລົດໄຟຈີນ-ລາວເປັນຫຼັກ ໂດຍປະສົມປະສານຫຼາຍຮູບແບບການຂົນສົ່ງ ລວມທັງທາງລົດໄຟ, ທາງຫຼວງ, ທາງທະເລ ເປັນຕົ້ນ ເພື່ອສ້າງເຄືອຂ່າຍການຂົນສົ່ງສິນຄ້າຂ້າມແດນລະຫວ່າງ ນະຄອນຄຸນໝິງ ສປ ຈີນ - ນະຄອນຫຼວງວຽງຈັນ ສປປ ລາວ - ແຂວງຣະນອງ ຣາຊະອານາຈັກໄທ - ນະຄອນຢ່າງກຸ້ງ ສະຫະພາບມຽນມາ.

ລົດໄຟຂະບວນທຳອິດໄດ້ບັນທຸກ 32 ຕູ້ຄອນເທນເນີ ຊຶ່ງໄດ້ບັນທຸກສິນຄ້າຕ່າງໆທີ່ຜະລິດຢູ່ນະຄອນຄຸນໝິງ ເຊັ່ນ:ຜະລິດຕະພັນກະສິກຳທີ່ມີເອກະລັກພູພຽງຢູນນານ, ເຄື່ອງໃຊ້ສອຍປະຈຳວັນ, ວັດສະດຸກໍ່ສ້າງ ແລະ ເທບກາວ ເປັນຕົ້ນ, ລວມມູນຄ່າຫຼາຍກວ່າ 16 ລ້ານຢວນ. ຂະບວນລົດໄຟຫຼັງຈາກອອກເດີນທາງຈາກສະຖານີຫວາງເຈ່ຍຢີງຕາເວັນຕົກ ນະຄອນຄຸນໝິງແລ້ວ ຈະແລ່ນຕາມເສັ້ນທາງລົດໄຟຈີນ-ລາວເປັນເວລາ 26 ຊົ່ວໂມງໄປຫານະຄອນຫຼວງວຽງຈັນຂອງ ສປປ ລາວ ໂດຍກົງ, ຈາກນັ້ນ ໄດ້ນຳໃຊ້ການຂົນສົ່ງຜ່ານທາງຫຼວງໄປຮອດແຂວງຣະນອງ ຂອງໄທ ສຸດທ້າຍແມ່ນນຳໃຊ້ການຂົນສົ່ງທາງທະເລໄປຮອດນະຄອນຢ່າງກຸ້ງຂອງ ມຽນມາ ຊຶ່ງເຮັດໃຫ້ເວລາການຂົນສົ່ງຫຼຸດລົງປະມານ 50% ຖ້າທຽບໃສ່ການນໍາໃຊ້ເສັ້ນທາງຂົນສົ່ງຜ່ານທາງທະເລພຽງຢ່າງດຽວຄືແຕ່ກ່ອນ ແລະ ຫຼຸດຜ່ອນຕົ້ນທຶນການຂົນສົ່ງໄດ້ເຖິງ 20% ຂຶ້ນໄປ.

ໃນອະນາຄົດ, ນະຄອນຄຸນໝິງຈະດຳເນີນທຸລະກິດຂອງຂະບວນລົດໄຟຂົນສົ່ງສິນຄ້າສາກົນ “ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ດັ່ງກ່າວນີ້  ໃຫ້ເປັນປົກກະຕິເທື່ອລະກ້າວ, ໂດຍຜ່ານການນຳໃຊ້ລະບຽບການ ໃບຂົນສົ່ງໃບດຽວ ສຳລັບການຂົນສົ່ງສິນຄ້າແບບປະສົມປະສານຫຼາຍຮູບແບບ, ສົ່ງເສີມໃຫ້ນຳໃຊ້ໃບຂົນສົ່ງໃບດຽວໃນຂະບວນການຂົນສົ່ງທັງໝົດ, ບັນລຸໄດ້ ການຝາກເຄື່ອງຄັ້ງດຽວ, ການຊຳລະຄັ້ງດຽວ ແລະ ການໃຊ້ຕູ້ຄອນເທັນເຕີອັນດຽວຕະຫຼອດທາງ ເພື່ອຫຼຸດຜ່ອນຕົ້ນທຶນການຂົນສົ່ງສິນຄ້າຂອງວິສາຫະກິດ. ພ້ອມດຽວກັນນີ້, ຍັງໄດ້ນຳໃຊ້ຖານລະບົບໂລຈິສະຕິກອັດສະລິຍະ ໃນການຕິດຕາມສະພາບການຂົນສົ່ງສິນຄ້າຕະຫຼອດເວລາ ເພື່ອຍົກສູງຄວາມໂປ່ງໃສຂອງຕ່ອງໂສ້ການສະໜອງ ແລະ ຄວາມສາມາດໃນການຮັບມືສຸກເສີນ. ນອກຈາກນີ້, ຍັງຈະເສີມຂະຫຍາຍບົດບາດຂອງຄັງສາງຢູ່ຕ່າງປະເທດຢ່າງເຕັມທີ, ເລັ່ງລັດການສ້າງຄັງສາງຢູ່ນະຄອນຫຼວງວຽງຈັນຂອງສປປ ລາວ, ແຂວງຣະນອງ ຂອງໄທ, ນະຄອນຢ່າງກຸ້ງຂອງມຽນມາ ແລະ ບ່ອນອື່ນໆ ເພື່ອຊຸກຍູ້ການຫັນປ່ຽນຮູບແບບເສດຖະກິດຈາກ ເສດຖະກິດທີ່ອີງໃສ່ເສັ້ນທາງການຂົນສົ່ງ ມາເປັນ ເສດຖະກິດຢູ່ປາຍທາງ.