ອຸປະກອນກູ້ໄພແຜ່ນດິນໄຫວມະນຸດສະທຳແບບສຸກເສີນຊຸດທີ 11 ທີ່ລັດຖະບານຈີນຊ່ວຍເຫຼືອມຽນມາໄດ້ມອບໃຫ້ມຽນມາ

CRI, May 13, 2025
Size:

ວັນທີ 2 ພຶດສະພານີ້, ອຸປະກອນກູ້ໄພແຜ່ນດິນໄຫວມະນຸດສະທຳແບບສຸກເສີນຊຸດທີ 11 ທີ່ລັດຖະບານຈີນຊ່ວຍເຫຼືອມຽນມາໄດ້ຖືກຂົນສົ່ງຮອດນະຄອນຢາງກຸ້ງ. ອຸປະກອນກູ້ໄພຊຸດນີ້ແມ່ນຫ້ອງການຊົ່ວຄາວທີ່ເຮັດດ້ວຍແປ້ນຈຳນວນ 340 ຫຼັງ.


ວັນທີ 3 ພຶດສະພານີ້,ສື່ມວນຊົນລາຍງານວ່າ: ຈົນຮອດວັນທີ 2 ພຶດສະພານີ້, ແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນຢູ່ມຽນມາໃນວັນທີ 28 ມີນາແລ້ວນີ້ໄດ້ເຮັດໃຫ້ 3.839 ຄົນເສຍຊີວິດ, 5.105 ຄົນຮັບບາດເຈັບແລະ 101 ຄົນຫາຍສາບສູນ.