ທ່ານ​ສີ​ຈິ້ນ​ຜິງ​ພົບ​ປະ​ທ່ານ ມິນ​ອ໋ອງ​ລາຍ ຜູ້​ນຳ​ມຽນ​ມາ

CRI, May 13, 2025
Size:

ວັນທີ 9 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານ ມິນອ໋ອງລາຍ ຜູ້ນຳມຽນມາໃນໄລຍະເຂົ້າຮ່ວມພິທີສະເຫລີມສະຫລອງວັນໄຊຊະນະສົງຄາມປ້ອງກັນປິຕຸພູມຂອງອະດີດສະຫະພາບໂຊວຽດຄົບຮອບ 80 ປີ ຢູ່ນະຄອນຫຼວງມົສະກູຂອງຣັດເຊຍ. 

ທ່ານສີຈິ້ນຜິງຊີ້ອອກວ່າ: ຫວ່າງກ່ອນນີ້ບໍ່ດົນ, ໄພແຜ່ນດິນໄຫວຮ້າຍແຮງທີ່ເກີດຂຶ້ນຢູ່ເມືອງມັນດາເລປະເທດມຽນມາໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍທາງດ້ານຊີວິດແລະຊັບສິນ, ຈີນໄດ້ສົ່ງໜ່ວຍກູ້ໄພໄປຊ່ວຍເຫຼືອກ່ອນໝູ່, ແລະສະໜອງວັດຖຸຊ່ວຍເຫຼືອສຸກເສີນດ້ານມະນຸດທຳໃຫ້ແກ່ມຽນມາ, ຈີນຍິນດີສືບຕໍ່ຊ່ວຍມຽນມາສ້າງບ້ານແປງເມືອງຄືນໃໝ່. ພ້ອມກັນນັ້ນ ຝ່າຍຈີນຫວັງວ່າ ຝ່າຍມຽນມາຈະສາມາດຮັບປະກັນຄວາມປອດໄພຂອງພົນລະເມືອງ, ອົງການຈັດຕັ້ງ ແລະ ໂຄງການຂອງຈີນຢູ່ມຽນມາຢ່າງແທ້ຈິງ, ພ້ອມທັງເພີ່ມທະວີການໂຈມຕີອາຊະຍາກຳຂ້າມຊາດ ເຊັ່ນ: ການຫຼິ້ນພະນັນຜ່ານທາງອອນລາຍ ແລະ ການຫຼອກລວງຜ່ານທາງໂທລະຄົເປັນຕົ້ນ. 

ທ່ານມິນອ໋ອງລາຍກ່າວວ່າ: ຫຼັງຈາກມຽນມາປະສົບໄພທຳມະຊາດແຜ່ນດິນໄຫວແລ້ວ, ຈີນໄດ້ສະແດງຄວາມເຫັນອົກເຫັນໃຈຢ່າງສຸດໃຈແລະທັການ ພ້ອມທັງສະໜອງເຄື່ອງຊ່ວຍເຫຼືອຢ່າງໄວທີ່ສຸດ ແລະຊ່ວຍມຽນມາກູ້ໄພກ່ອນໝູ່, ປະຊາຊົນມຽນມາຈະຈົດຈຳຕະຫຼອດໄປ. ມຽນມາໄດ້ສຸມໃສ່ການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນດ້ານເສດຖະກິດ-ການຄ້າ, ພະລັງງານ ແລະ ຂົງເຂດອື່ນໆ, ພ້ອມທັງຈະສຸດຄວາມສາມາດເພື່ອຮັບປະກັນຄວາມປອດໄພຂອງໂຄງການ ແລະ ພົນລະເມືອງຈີນຢູ່ມຽນມາ.