ນັບແຕ່ທາງລົດໄຟລາວ-ຈີນເປີດບໍລິການເປັນຕົ້ນມາ, ໄດ້ກາຍເປັນທາງຜ່ານທີ່ສຳຄັນຂອງໝາກໄມ້ຈາກອາຊີຕາເວັນອອກສຽງໃຕ້ເຂົ້າສູ່ຕະຫຼາດຈີນ ໂດຍອີງໃສ່ທ່າແຮງດ້ານການຂົນສົ່ງທີ່ປອດໄພ ປະສິທິພາບສູງ ແລະ ສະດວກວ່ອງໄວ. ຫວ່າງບໍ່ດົນມານີ້, ປະລິມານຂົນສົ່ງຕໍ່ມື້ຂອງໝາກໄມ້ເຂດຮ້ອນຊະນິດຕ່າງໆ ເຊັ່ນ: ໝາກຖົ່ວລຽນ ໝາກມັງຄຸດ ແລະ ອື່ນໆຈາກລາວ ໄທ ມາເລເຊຍ ແລະ ປະເທດອື່ນໆຜ່ານເສັ້ນທາງລົດໄຟລາວ-ຈີນ ໄດ້ສ້າງສະຖິຕິໃໝ່ຢ່າງຕໍ່ເນື່ອງ, ຄື ປະລິມານການຂົນສົ່ງສະເລ່ຍຕໍ່ມື້ໄດ້ລື່ນກາຍ 2.000 ໂຕນ. ລະຫວ່າງທ້າຍເດືອນເມສາ ຫາ ຕົ້ນເດືອນພຶດສະພາ, ຍອດປະລິມານການຂົນສົ່ງໝາກໄມ້ໂດຍຜ່ານສະຖານີວຽງຈັນໃຕ້ໄດ້ລື່ນກາຍ 20.000 ໂຕນ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງບົດບາດສຳຄັນຂອງທາງລົດໄຟລາວ-ຈີນໃນການຊຸກຍູ້ການຄ້າໝາກໄມ້ໃນພາກພື້ນນີ້.