ຕອນບ່າຍວັນທີ 8 ພຶດສະພານີ້, ທ່ານພັນເອກພິເສດຈ່າງສ້ຽວກ່າງ ໂຄສົກກະຊວງປ້ອງກັນປະເທດຈີນກ່າວວ່າ, ໃນໄລຍະກາງ ແລະ ທ້າຍເດືອນພຶດສະພານີ້, ກອງທັບຈີນ ແລະ ກຳປູເຈຍຈະດຳເນີນການຊ້ອມຮົບຮ່ວມ “ມັງກອນຄຳ2025” ຢູ່ກຳປູເຈຍ, ໂດຍຖືເອົາການຮ່ວມກັນຕໍ່ຕ້ານລັດທິກໍ່ການຮ້າຍ ແລະ ການຊ່ວຍເຫຼືອດ້ານມະນຸດສະທຳເປັນຫົວຂໍ້, ຈັດຕັ້ງໂດຍແຍກອອກເປັນ ທາງທະເລ-ທາງອາກາດ ແລະ ທາງບົກ-ທາງອາກາດ, ທັງດຳເນີນການແລກປ່ຽນດ້ານວັດທະນະທຳ ແລະ ກິລາ, ເປີດກຳປັ່ນໃຫ້ປະຊາຊົນເຂົ້າຊົມ ແລະອື່ນໆ. ເທື່ອນີ້ແມ່ນເປັນຄັ້ງທີ 7 ທີ່ກອງທັບຈີນ ແລະ ກຳປູເຈຍຈັດການຊ້ອມຮົບຮ່ວມພາຍໃຕ້ຫົວຂໍ້ນີ້, ເຊິ່ງຈະເສີມຂະຫຍາຍບົດບາດອັນຕັ້ງໜ້າໃນການເພີ່ມທະວີການຮ່ວມມືຕົວຈິງ ແລະ ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍໃນທຸກສະພາບການໃນຍຸກໃໝ່.