ຈຳນວນຜູ້ໂດຍສານສາກົນຂ້າມຊາດໂດຍຜ່ານທາງລົດໄຟຈີນ-ລາວບັນລຸຫຼາຍກວ່າ 5 ແສນເທື່ອຄົນ

CRI, May 10, 2025
Size:

ວັນທີ 30 ເມສາແລ້ວນີ້, ກຸ່ມບໍລິສັດຄຸນມີງທາງລົດໄຟຈີນຈຳກັດແຈ້ງໃຫ້ຊາບວ່າ: ຈົນຮອດວັນທີ 29 ເມສາແລ້ວນີ້, ນັບລວມແລ້ວ ທາງລົດໄຟຈີນ-ລາວໄດ້ແລ່ນລົດໄຟຜູ້ໂດຍສານສາກົນຈຳນວນ 2.000 ຖ້ຽວ ໂດຍໄດ້ຂົນສົ່ງຜູ້ໂດຍສານຈຳນວນ 1.970.000 ເທື່ອຄົນ, ໃນນັ້ນຜູ້ໂດຍສານສາກົນຂ້າມຊາດມີຫຼາຍກວ່າ 500.000 ເທື່ອຄົນເຊິ່ງມາຈາກ 112 ປະເທດ ແລະ ເຂດແຄວ້ນ.

ນັບແຕ່ຂະບວນລົດຜູ້ໂດຍສານສາກົນຕາມທາງລົດໄຟຈີນ-ລາວເປີດບໍລິການເມື່ອວັນທີ 13 ເມສາປີ 2023 ເປັນຕົ້ນມາ, “ຊ່ອງທາງຄຳ” ທີ່ເຊື່ອມຕໍ່ຈີນ ກັບ ລາວສາຍນີ້ໄດ້ເສີມຂະຫຍາຍບົດບາດຢ່າງຕໍ່ເນື່ອງ, ອາໄສຈຸດພິເສດທີ່ລາຄາບໍ່ແພງ ແລະ ສະດວກສະບາຍ ໄດ້ກາຍເປັນຮູບການສັນຈອນໄປມາອັນດັບໜຶ່ງສຳລັບຜູ້ໂດຍສານຈີນ ແລະ ຕ່າງປະເທດໄປມາຫາສູ່ກັນລະຫວ່າງຈີນກັບລາວ ເພື່ອທ່ອງທ່ຽວ, ຮ່ຳຮຽນ, ເຮັດທຸລະກິດ ແລະ ດຳເນີນການແລກປ່ຽນດ້ານວັດທະນະທຳ.

ຈຳນວນຜູ້ໂດຍສານສາກົນເຂົ້າອອກເມືອງແຕ່ລະມື້ໂດຍຜ່ານທາງລົດໄຟຈີນ-ລາວໄດ້ເພິ່ມຈາກ 300 ເທື່ອຄົນໃນຕອນເລີ່ມຕົ້ນຂຶ້ນ ເປັນ 1.300 ເທື່ອຄົນສູງສຸດຢ່າງວ່ອງໄວ. ນັບແຕ່ປີນີ້ເປັນຕົ້ນມາ, ຈຳນວນຜູ້ໂດຍສານສາກົນຂ້າມຊາດໄດ້ບັນລຸຫຼາຍກວ່າ 100.000 ເທື່ອຄົນ, ເຊິ່ງເປັນທ່ວງທ່າທີ່ເພີ່ມຂຶ້ນຢ່າງແຂງແຮງ. ຈົນຮອດວັນທີ 29 ເມສາແລ້ວນີ້, ນັບລວມແລ້ວ ເສັ້ນທາງລົດໄຟຈີນ-ລາວໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 51.800.000 ເທື່ອຄົນ, ຂົນສົ່ງສິນຄ້າຫຼາຍກວ່າ 58.400.000 ໂຕນໂດຍໄດ້ສະໜອງການຮັບປະກັນອັນແຂງແຮງເພື່ອຊຸກຍູ້ການເຊື່ອມຈອດກັນໃນພາກພື້ນ ແລະ ຊຸກຍູ້ເສດຖະກິດສັງຄົມລຽບທາງໃຫ້ມີການພັດທະນາ.