ໜ່ວຍກັກກັນພະຍາດທີ່ລັດຖະບານຈີນຊ່ວຍເຫຼືອມຽນມາດຳເນີນງານຢູ່ມຽນມາ

CRI, May 10, 2025
Size:

ແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນຢູ່ພາກກາງມຽນມາໃນວັນທີ 28 ມີນາແລ້ວນີ້ໄດ້ເຮັດໃຫ້ມີຄົນເສຍຊີວິດເກືອບ 3.800 ຄົນ, 5.000 ກວ່າຄົນຮັບບາດເຈັບ. ເຂດມັນດາເລ ເຊິ່ງເປັນບ່ອນທີ່ຖືກຜົນກະທົບຢ່າງຮ້າຍແຮງກຳລັງຜະເຊີນໜ້າກັບບັນຫາຕ່າງໆ ເຊັ່ນ: ອຸນຫະພູມສູງ, ຂາດບ່ອນພັກອາໄສທີ່ປອດໄພຢ່າງພຽງພໍ, ລະບົບນ້ຳປະປາຖືກທຳລາຍແລະ ຂາດເຂີນການບໍລິການສາທາລະນະສຸກເປັນຕົ້ນ, ເຮັດໃຫ້ຄວາມສ່ຽງທີ່ເກີດພະຍາດຊະນິດຕ່າງໆນັ້ນເພີ່ມຫຼາຍຂຶ້ນ.

ປັດຈຸບັນ, ໜ່ວຍກັກກັນພະຍາດຂອງລັດຖະບານຈີນກຳລັງດຳເນີນວຽກງານກັກກັນພະຍາດຫຼັງໄພພິບັດຢ່າງເລິກເຊິ່ງຢູ່ນະຄອນມັນດາເລ ເພື່ອປ້ອງກັນຄວາມປອດໄພດ້ານຊີວິດ ແລະສຸຂະພາບຂອງປະຊາຊົນເຂດປະສົບໄພ.

ປັດຈຸບັນ,ຢູ່ບ່ອນພັກອາໄສ 4 ແຫ່ງຂອງນະຄອນມັນດາເລ, ໜ່ວຍກັກກັນພະຍາດຂອງລັດຖະບານຈີນໄດ້ສຳເລັດການສຳຫຼວດຮອບທີ 2  ໂດຍໄດ້ເຮັດວຽກຕ່າງໆ ເຊັ່ນ: ຕິດຕາມສື່ຍຸງ, ເກັບຕົວຢ່າງກວດກາວັດແທກຕໍ່ສິ່ງແວດລ້ອມ, ຈັດຊຸດອົບຮົມດັບເຊື້ອເພື່ອແບບປ້ອງກັນ, ຈັດຊຸດອົບຮົມເພື່ອໃຫ້ກຳລັງຈິດໃຈຫຼັງໄພ ແລະ ໂຄສະນາຄວາມຮູ້ດ້ານສຸຂະພາບເປັນຕົ້ນ.

ໜ່ວຍກັກກັນພະຍາດທີ່ລັດຖະບານຈີນຊ່ວຍເຫືຼອມຽນມາ ກັບ ອົງການປົກຄອງແຂວງມັນດາເລ ແລະ ພະແນກສາທາລະນະສຸກແຂວງມັນດາເລໄດ້ສ້າງກົນໄກຕ່າງໆກ່ຽວກັບການຮ່ວມມືກັກກັນພະຍາດຫຼັງໄພພິບັດ, ຈັດຊຸດອົບຮົມວິຊາການກັກກັນພະຍາດຫຼັງໄພໃຫ້ແກ່ພະນັກງານການແພດຂອງມຽນມາ ເພື່ອຍົກສູງຄວາມສາມາດດ້ານວິຊາສະເພາະຂອງພະນັກງານກັກກັນພະຍາດຂອງທ້ອງຖິ່ນ.