ວັດຖຸກູ້ໄພແຜ່ນດິນໄຫວມະນຸດສະທຳແບບສຸກເສີນງວດທີ 10 ທີ່ລັດຖະບານຈີນຊ່ວຍເຫຼືອມຽນມາໄດ້ມອບໃຫ້ມຽນມາ

CRI, May 10, 2025
Size:

ວັນທີ 2 ພຶດສະພານີ້, ວັດຖຸກູ້ໄພແຜ່ນດິນໄຫວມະນຸດສະທຳແບບສຸກເສີນງວດທີ 10 ທີ່ລັດຖະບານຈີນຊ່ວຍເຫຼືອມຽນມາໄດ້ມອບໃຫ້ມຽນມາຢູ່ທ່າກຳປັ່ນຢາງກຸ້ງ. ວັດຖຸງວດດັ່ງກ່າວແມ່ນນ້ຳມັນກາຊວນ 18.000 ໂຕນ, ໄດ້ຖືກຂົນສົ່ງຮອດທ່າກຳປັ່ນຢາງກຸ້ງໃນຕອນບ່າຍວັນທີ 30 ເມສາແລ້ວນີ້.

ຈົນຮອດປັດຈຸບັນ, ແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນຢູ່ພາກກາງມຽນມາໃນວັນທີ 28 ມີນາແລ້ວນີ້ໄດ້ເຮັດໃຫ້ເຮືອນຢູ່ 60.000 ກວ່າຫຼັງຖືກທຳລາຍ. ຫ້ອງການປະສານສົມທົບວຽກງານມະນຸດສະທຳອົງການສະຫະປະຊາຊາດກ່າວວ່າ: ຢູ່ນະຄອນມັນດາເລ ເຊິ່ງເປັນບ່ອນເກີດແຜ່ນດິນໄຫວຮຸນແຮງທີ່ສຸດ ແລະ ເຂດອ້ອມຂ້າງ, ຍັງມີຫຼາຍກວ່າ 6.300.000 ຄົນຕ້ອງການສະໜັບສະໜູນໂດຍດ່ວນ.