ວັນທີ 28 ເມສານີ້ຢູ່ນະຄອນຣີໂອເດີຈາເນໂຣຂອງບຣາຊິນ, ທ່ານ ຫວາງຢີ້ ກໍາມະການກົມການເມືອງສູນກາງພັກຄອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານ ມາຣິດ ສະງຽມພົງ ລັດຖະມົນຕີກະຊວງການຕ່າງປະເທດໄທ.
ໃນໂອກາດນີ້, ທ່ານ ຫວາງຢີ້ ກ່າວວ່າ: ນັບແຕ່ຈີນ-ໄທ ສ້າງຕັ້ງສາຍພົວພັນທາງການທູດຮ່ວມກັນເປັນເວລາ 50 ປີມານີ້, ສອງຝ່າຍເປັນຄູ່ຮ່ວມແຫ່ງການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນມາໂດຍຕະຫຼອດ. ເດືອນກຸມພາປີນີ້, ຜູ້ນໍາສອງປະເທດໄດ້ບັນລຸຄວາມເຫັນເປັນເອກະພາບກັນທີ່ສໍາຄັນອັນໃໝ່ກ່ຽວກັບການຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາຈີນ-ໄທ. ຂະນະທີ່ກອງປະຊຸມວຽກງານປະເທດອ້ອມຂ້າງຂັ້ນສູນກາງຈີນໄດ້ກໍານົດວ່າ: ຈີນຈະລົງເລິກການຮ່ວມມືບົນຈິດໃຈມິດຕະພາບກັບບັນດາປະເທດອ້ອມຂ້າງ. ເພື່ອເຮັດໃຫ້ຜົນສໍາເລັດຂອງຄວາມທັນສະໄໝແບບຈີນສ້າງຜົນປະໂຫຍດໃຫ້ແກ່ບັນດາປະເທດອ້ອມຂ້າງຫຼາຍຂຶ້ນກວ່າເກົ່າ.
ທ່ານ ມາຣິດ ສະງຽມພົງ ກ່າວວ່າ: ໄທພວມເລັ່ງຊຸກຍູ້ການສ້າງເສັ້ນທາງລົດໄຟໄທ-ຈີນ ເພື່ອຊຸກຍູ້ວິໄສທັດການພັດທະນາແຫ່ງການເຊື່ອມໂຍງລະຫວ່າງໄທ-ຈີນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໂດຍໄວ. ສອງຝ່າຍຈະຊຸກຍູ້ຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ໄດ້ຮັບໝາກຜົນຫຼາຍຂຶ້ນກວ່າເກົ່າ, ເລັ່ງຊຸກຍູ້ການສ້າງເຂດການຄ້າເສລີອາຊຽນ-ຈີນ 3.0, ຮ່ວມກັນປົກປັກຮັກສາລະບົບການຄ້າຫຼາຍຝ່າຍ ເພື່ອຊຸກຍູ້ການຄ້າໃຫ້ມີຄວາມເສລີ ແລະ ມີຄວາມສະດວກ.