ການຂົນສົ່ງທາງບົກໂດຍກົງຂ້າມຊາຍແດນລະຫວ່າງຈີນ-ລາວ-ກຳປູເຈຍ ໃນເຂດອະນຸພາກພື້ນແມ່ນ້ຳຂອງໄດ້ເລີ່ມດຳເນີນໃນວັນທີ 27 ເມສານີ້, ລົດຂົນສົ່ງສິນຄ້າທີ່ບັນຈຸພັດລົມແຂວນເພດານ, ຖັງນ້ຳປຼາສະຕິກແລະເຄື່ອງໃຊ້ປະຈຳວັນອື່ນໆເລີ່ມແລ່ນອອກຈາກນະຄອນຄຸນໝິງຂອງຈີນ, ມີແຜນການຜ່ານນະຄອນຫຼວງວຽງຈັນຂອງລາວ, ສຸດທ້າຍໄປຮອດນະຄອນຫຼວງພະນົມເປັນຂອງກຳປູເຈຍ.
ການຂົນສົ່ງໂດຍກົງຄັ້ງນີ້ນຳໃຊ້ຮູບແບບການຂົນສົ່ງທີ່ “ນຳໃຊ້ຕູ້ສິນຄ້າຫຼືຕູ້ຄອນເທນເນີໜ່ວຍດຽວ” “ລົດຄັນດຽວ”, ດ້ວຍການແຈ້ງລ່ວງໜ້າ, ການລ໊ອກແບບເອເລັກໂຕຼນິກ, ການຂົນສົ່ງຜ່ານຫຼາຍປະເທດແລະເຕັກນິກຈໍລະຈອນສິນຄ້າແບບອັດສະລິຍະ, ໂດຍບໍ່ຕ້ອງປ່ຽນລົດ, ບໍ່ຕ້ອງປ່ຽນຕູ້ຄອນເທນເນີ, ບໍ່ຕ້ອງຖ່າຍສິນຄ້າແລະຍົກສູງປະສິດທິພາບການຂົນສົ່ງຢ່າງຫຼວງຫຼາຍ. ເມື່ອທຽບກັບຮູບແບບການຂົນສົ່ງແບບດັ້ງເດີມ, ຄາດຄະເນວ່າຈະຫຼຸດເວລາການຂົນສົ່ງຂາໄປລົງເຫຼືອ 6 ຫາ 8 ວັນ, ຍົກສູງປະສິດທິພາບຫຼາຍກວ່າ 40%, ເພື່ອຫຼຸດຄວາມສ່ຽງດ້ານການສູນເສຍຂອງສິນຄ້າໃນການຂົນສົ່ງຢ່າງມີປະສິດທິຜົນ.