ວັນທີ 25 ເມສານີ້, ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ (ບລຈ) ທີ່ຈີນ ແລະ ລາວຮ່ວມທຶນສ້າງຕັ້ງຂຶ້ນໄດ້ເລີ່ມເປີດການຊື້-ຂາຍຮຸ້ນ ທີ່ຕະຫຼາດຫຼັກຊັບລາວ (ຕລຊລ), ກາຍເປັນບໍລິສັດຫຼັກຊັບແຫ່ງທຳອິດທີ່ເປີດການຊື້-ຂາຍຢູ່ຕະຫຼາດຫຼັກຊັບລາວ.
ໃນມື້ດຽວກັນ, ທ່ານສຽວສະຫວາດ ທິລະກຸນ ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ ແລະ ທ່ານຫຼີລີນ ຜູ້ອຳນວຍການໃຫຍ່ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນໄດ້ເຂົ້າຮ່ວມພິທີເປີດການຊື້-ຂາຍຮຸ້ນຄັ້ງທຳອິດ ແລະ ໄດ້ຕາງໜ້າສອງຝ່າຍລົງນາມໃນ“ສັນຍາວ່າດ້ວຍການຊື້-ຂາຍຮຸ້ນໃນຕະຫຼາດຫຼັກຊັບລາວ”.
ທ່ານສຽວສະຫວາດ ທິລະກຸນ ກ່າວຄຳປາໄສວ່າ: ບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນເລີ່ມເປີດການຊື້-ຂາຍຮຸ້ນແມ່ນການຄືບໜ້າທີ່ສຳຄັນແຫ່ງການພັດທະນາຕະຫຼາດຫຼັກຊັບລາວ, ພ້ອມກັນນັ້ນ, ຍັງຈະຊ່ວຍພັດທະນາເສດຖະກິດສັງຄົມລາວ. ຕະຫຼາດຫຼັກຊັບລາວຈະເພີ່ມທະວີການຮ່ວມມືກັບຝ່າຍທີ່ກ່ຽວຂ້ອງ, ຍົກສູງຄວາມຮູ້ຂອງຜູ້ລົງທຶນທີ່ມີຕໍ່ຕະຫຼາດຫຼັກຊັບ ແລະ ສ້າງຕະຫຼາດຫຼັກຊັບທີ່ຍຸດຕິທຳ ປອດໃສ ແລະ ມີປະສິດທິຜົນສູງ.
ແຫຼ່ງຂ່າວຈາກ: CGTN