ການ​ເຄື່ອນ​ໄຫວລາດຕະ​ເວນຮ່ວມ​​ເພື່ອປະຕິບັດ​ກົດໝາຍ​ຕາມລຳແມ່​ນ້ຳ​​​ຂອງລະ​ຫວ່າງ​ຈີນ, ລາວ, ມຽນ​ມາ ແລະ​ໄທ​ຄັ້ງ​ທີ 152 ໄດ້​ຮັບ​ຜົນ​ສຳ​ເລັດຢ່າງ​ຈົບ​ງາມ

CRI, May 6, 2025
Size:

ວັນທີ 25 ເມສານີ້, ການເຄື່ອນໄຫວລາດຕະເວນຮ່ວມເພື່ອປະຕິບັດກົດໝາຍຕາມລຳແມ່ນ້ຳຂອງລະຫວ່າງຈີນ, ລາວ, ມຽນມາ ແລະໄທຄັ້ງທີ 152 ໄດ້ສິ້ນສຸດລົງຢ່າງຈົບງາມ. 

ການເຄື່ອນໄຫວລາດຕະເວນຄັ້ງນີ້ເລີ່ມປະຕິບັດໃນວັນທີ 22 ເມສານີ້, ໄດ້ດຳເນີນໄປເປັນເວລາ 4 ວັນ 3 ຄືນ, ໄລຍະທາງເດີນເຮືອຫຼາຍກວ່າ 600 ກິໂລແມັດ. ພາກສ່ວນປະຕິບັດກົດໝາຍຂອງ 4 ປະເທດໄດ້ສົ່ງເຮືອປະຕິບັດກົດໝາຍທັງໝົດ 6 ລຳ, ແລະເຈົ້າໜ້າທີ່ປະຕິບັດກົດໝາຍ 125 ຄົນ.

ໃນໄລຍະຈັດການເຄື່ອນໄຫວ, ຄະນະຜູ້ແທນຂອງ 4 ປະເທດໄດ້ຈັດກອງປະຊຸມແລກປ່ຽນຂໍ້ມູນຂ່າວສານຢູ່ເມືອງຫ້ວຍຊາຍຂອງລາວໃນວັນທີ 23 ເມສານີ້, ເພື່ອເພີ່ມທະວີການແລກປ່ຽນ ແລະ ຮ່ວມມືລະຫວ່າງພາກສ່ວນປະຕິບັດກົດໝາຍຂອງ 4 ປະເທດ, ຝ່າຍຕ່າງໆໄດ້ປຶກສາຫາລືກ່ຽວກັບການເພີ່ມທະວີການຄຸ້ມຄອງ ແລະ ຄວບຄຸມເຂດລ້ອງແມ່ນ້ຳ, ການເຊື່ອມໂຍງເຊື່ອມຈອດກັນ, ການປາບປາມອາຊະຍະກຳຂ້າມຊາດ ແລະ ວຽກງານອື່ນໆ.