ຫວ່າງມໍ່ໆມານີ້, ຈີນໄດ້ນຳເຂົ້າຊີມັງ 580,85 ໂຕນຈາກລາວຜ່ານດ່ານບໍ່ຫານ. ນີ້ແມ່ນຊີມັງງວດທຳອິດທີ່ຈີນນຳເຂົ້າຜ່ານດ່ານທາງບົກທີ່ຄຸ້ມຄອງຕາມຜົນການກວດກາຂອງລະບົບອັດສະລິຍະ.
ຜູ້ຮັບຜິດຊອບຂອງດ່ານພາສີເມືອງຫຼ້າແຈ້ງໃຫ້ຮູ້ວ່າ: ເຮັດແນວນີ້, ເວລາຜ່ານດ່ານຂອງການນຳເຂົ້າຊີມັງຈະຫຼຸດລົງຈາກ 35 ວັນມາເປັນພາຍໃນ 24 ຊົ່ວໂມງ, ຕົ້ນທຶນການຜ່ານດ່ານຂອງວິສາຫະກິດຈະຫຼຸດລົງຫຼາຍກວ່າ 90% ເຊິ່ງໄດ້ບຸກເບີກຊ່ອງທາງໃໝ່ແຫ່ງການຮ່ວມມືລະຫວ່າງຈີນ-ລາວ ແລະ ສ້າງຈຸດເຕີບໂຕໃໝ່ໃຫ້ແກ່ເສດຖະກິດຂອງດ່ານເຂົ້າອອກເມືອງ.
ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງເຂດການຮ່ວມືບໍ່ຫານ-ບໍ່ເຕ່ນແຈ້ງໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດຈຸດທົດລອງນຳເຂົ້າສິນຄ້າຕາມຜົນການກວດກາຂອງລະບົບອັດສະລິຍະເປັນຈຸດເລີ່ມຕົ້ນໃໝ່ທີ່ດ່ານບໍ່ຫານໃຫ້ບໍລິການເພື່ອສ້າງຄູ່ຮ່ວມຊາຕາກຳຈີນ-ລາວ, ໃນອະນາຄົດ, ຫວັງວ່າຈະມີວັດສະດຸກໍ່ສ້າງທີ່ມີຄຸນນະພາບດີຈາກລາວເຂົ້າສູ່ປະເທດຈີນໂດຍຜ່ານຊ່ອງທາງນີ້ຫຼາຍກວ່າເກົ່າ ເພື່ອເພີ່ມຄວາມມີຊີວິດຊີວາຫຼາຍຂຶ້ນກວ່າເກົ່າໃຫ້ແກ່ການຄ້າສອງຝ່າຍຈີນ-ລາວ.