ຜູ້​ຕ້ອງ​ຫາ​ການຫຼອກ​ລວງ​ທາງ​ໂທ​ລະ​ຄົມ​ຢູ່​ມຽນ​ມາ 920 ​ກວ່າຄົນ​ຖືກ​ສົ່ງ​ໃຫ້​ຝ່າຍ​ຈີນ

CRI, May 1, 2025
Size:

ຫວ່າງມໍ່ໆມານີ້, ພາກສ່ວນປະຕິບັດກົດໝາຍຂອງມຽນມາ ໄດ້ສົ່ງຜູ້ຕ້ອງຫາການຫຼອກລວງທາງໂທລະຄົມ ສັນຊາດຈີນ 920 ກວ່າຄົນທີ່ຖືກຈັບກຸມຢູ່ເມືອງຕາງຢັນ ທາງພາກໃຕ້ລັດຊານຂອງມຽນມາກ່ອນໜ້ານີ້ໄປໃຫ້ຝ່າຍຈີນ ໂດຍຜ່ານດ່ານຕາໂລ້ກິ່ງແຂວງສິບສອງພັ່ນນາແຂວງຢຸນນານຈີນ,

ຄຽງຄູ່ກັບວຽກງານສະເພາະກິດໃນການປາບປາມອາຊະຍາກຳການຫຼອກລວງທາງໂທລະຄົມແລະເຄືອຂ່າຍອິນເຕີເນັດທີ່ມີຄົນຈີນເຂົ້າຮ່ວມຢູ່ພາກເໜືອຂອງມຽນມາ ກ້າວສູ່ລວງເລິກ, ສອງຝ່າຍຈີນ-ມຽນມາໄດ້ຮ່ວມມືປະຕິບັດກົດໝາຍແລະເຄື່ອນໄຫວປາບປາມ ໂດຍສາມາດຈັບກຸມຜູ້ຕ້ອງຫາສັນຊາດຈີນໄດ້ຫຼາຍກວ່າ 55.000 ຄົນ, ກຸ່ມອາຊະຍາກຳການຫຼອກລວງທາງໂທລະຄົມຢູ່ພາກເໜືອຂອງມຽນມາ ໄດ້ຖືກທຳລາຍຢ່າງໜັກໜ່ວງ.