ສປປ ລາວ ແລະ ສປ ຈີນ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນໃນວັນທີ 25 ເມສາ 1961 ເຊິ່ງເປັນການໄຂສັງກາດໃໝ່ແຫ່ງການໄປ-ມາຫາສູ່ກັນບົນຈິດໃຈມິດຕະພາບ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ. ຕະຫຼອດໄລຍະ 64 ປີ ຜ່ານມາ, ໂດຍຍຶດໝັ້ນອຸດົມການດຽວກັນ, ຜູ້ນໍາຂອງສອງພັກ, ສອງລັດ ລາວ-ຈີນ ໄດ້ສຸມທຸກຄວາມພະຍາຍາມຮ່ວມກັນຢ່າງສູງເພື່ອຊຸກຍູ້ສົ່ງເສີມ ແລະ ຍົກລະດັບການພົວພັນຂອງສອງປະເທດຂຶ້ນສູ່ລະດັບໃໝ່ທີ່ເໝາະໃນແຕ່ລະໄລຍະ, ຈາກການກໍານົດການຮ່ວມມືຕາມທິດ “ໜັ້ນຄົງຍາວນານ, ບ້ານໃກ້ເຮືອນຄຽງທີ່ດີ, ໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຮອບດ້ານ” ມາເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ” ຕາມທິດ 4 ດີ (ເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ) ຈົນເຖິງການເປັນ “ຄູ່ຮ່ວມຊະຕາກໍາ ລາວ-ຈີນ” ໂດຍການຮ່ວມລົງນາມໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ.
ສຸພາສິດລາວບູຮານກ່າວໄວ້ວ່າ: “ໄລຍະທາງພິສູດມ້າ, ການເວລາພິສູດຄົນ” ເຊິ່ງບໍ່ຕ່າງຈາກການພົວພັນຮ່ວມມື ລາວ-ຈີນ ຕະຫຼອດໄລຍະ 64 ປີ ຜ່ານມາ ໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງເຖິງຜົນສໍາເລັດທີ່ພົນເດັ່ນ ແລະ ຄວາມໝັ້ນຄົງຂະນົງແກ່ນຂອງສາຍພົວພັນການທູດຂອງສອງປະເທດທີ່ສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຂະບວນການທົດສອບແຫ່ງການປ່ຽນແປງຢ່າງສັບ ສົນຂອງສະຖານະການໃນພາກພື້ນ ແລະ ສາກົນ ແລະ ຍິ່ງດົນຍິ່ງແໜ້ນແຟ້ນ, ຍິ່ງດົນຍິ່ງມີຜົນປະໂຫຍດໃໝ່ໃຫຍ່ຫຼວງກວ່າເກົ່າ. ໝາກຜົນໃນການຮ່ວມມືດັ່ງກ່າວໄດ້ສະແດງອອກໃນຫຼາຍດ້ານທີ່ພົນເດັ່ນ. ໃນນີ້ ດ້ານການເມືອງ: ການນໍາຂອງສອງປະເທດນັບແຕ່ຂັ້ນສູງສຸດຈົນຮອດລະດັບທ້ອງຖິ່ນໄດ້ແລກປ່ຽນການຢ້ຽມຢາມ ແລະ ພົບປະກັນຢ່າງເປັນປົກກະຕິ ເພື່ອແລກປ່ຽນບົດຮຽນທາງດ້ານທິດສະດີ, ພຶດຕິກໍາຕົວຈິງ ແລະ ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.
ດ້ານການຄ້າ: ມາຮອດປັດຈຸບັນ, ຈີນ ແມ່ນຄູ່ການຄ້າທີ່ໃຫຍ່ອັນດັບ 2 ຂອງລາວ, ສະ ເພາະປີ 2024, ມູນຄ່າການຄ້າສອງຝ່າຍບັນລຸເຖິງ 8.23 ຕື້ໂດລາສະຫລັດ, ທຽບໃສ່ປີ 2023 ເພີ່ມຂຶ້ນ 15.91%. ມູນຄ່າການຄ້າສອງຝ່າຍ ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະພາຍ ຫຼັງເປີດນໍາໃຊ້ຂະບວນລົດໄຟຂົນສົ່ງສິນຄ້າລາວ-ຈີນ ລະຫວ່າງປະເທດເປັນຕົ້ນມາ, ຄາດວ່າອີກບໍ່ດົນ ຈີນຈະກາຍເປັນຄູ່ຄ້າໃຫຍ່ອັນດັບໜຶ່ງຂອງລາວ ເພາະຍັງມີທ່າແຮງບົ່ມຊ້ອນຢ່າງຫຼວງຫຼາຍ.
ດ້ານການລົງທຶນ: ນັບແຕ່ລັດຖະບານລາວໄດ້ເປີດນະໂຍບາຍສົ່ງເສີມການລົງທຶນ, ການຮ່ວມມື ແລະ ການຄ້າຈາກ ສປ ຈີນ ເຫັນວ່າມີທ່າກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ຈໍານວນ ແລະ ມູນຄ່າໂຄງການທີ່ໄດ້ອະນຸມັດນັບແຕ່ປີ 1989 ມາຮອດປັດຈຸບັນ ມີທັງໝົດ 927 ໂຄງການ, ມີມູນຄ່າອະນຸມັດທັງໝົດຫຼາຍກວ່າ 18 ຕື້ໂດລາສະຫະລັດ, ຈັດຢູ່ອັນດັບ 1 ໃນຈໍານວນ 53 ປະ ເທດ ແລະ ເຂດແຄ້ວນທີ່ເຂົ້າມາລົງທຶນຢູ່ລາວ. ຂະນະທີ່ ລົດໄຟລາວ-ຈີນ ຖືເປັນແຮງຂັບເຄື່ອນທີ່ເດັ່ນທີ່ສຸດໃນການດຶງດູດການລົງທຶນຈາກຕ່າງປະເທດ.
ດ້ານການຄົມມະນາຄົມຂົນສົ່ງ: ສອງປະເທດໄດ້ມີຜົນສໍາເລັດອັນຍິ່ງໃຫຍ່ ໂດຍສະເພາະການເປີດນໍາໃຊ້ເສັ້ນທາງດ່ວນ ນະຄອນຫຼວງວຽງວຽງຈັນ-ວັງວຽງ ແລະ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໄດ້ເຮັດໃຫ້ການຄົມມະນາຄົມຂົນສົ່ງຂອງລາວກ້າວຂຶ້ນສູ່ອຸດສາຫະກໍາການຂົນສົ່ງທີ່ທັນສະໄໝແບບກ້າວກະໂດດ, ທັງປະກອບສ່ວນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດຂອງຈີນແລະ ສອດຄ່ອງກັບແຜນຍຸດທະສາດຂອງລາວໃນການຫັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດກັບປະເທດໃກ້ຄຽງ ແລະ ພາກພື້ນ ເຮັດໃຫ້ ການໄປ-ມາຫາສູ່ກັນຂອງປະຊາຊົນສອງຊາດ ແລະ ປະຊາຊົນບັນດາປະເທດໃກ້ຄຽງ, ລວມທັງການຂົນສົ່ງສິນຄ້າມີຄວາມສະດວກສະບາຍ ແລະ ຂະຫຍາຍຕົວຂຶ້ນເປັນກ້າວໆ. ເສັ້ນທາງລົດໄຟລາວ-ຈີນ ໄດ້ກາຍເປັນຕົວແບບສໍາຄັນພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ກາຍເປັນເສັ້ນທາງຄໍາທີ່ບໍ່ພຽງແຕ່ສະເພາະ ລາວ ແລະ ຈີນ ເທົ່ານັ້ນ, ຫາກຍັງລວມເຖິງປະເທດໃກ້ຄຽງ ແລະ ພາກພື້ນຕື່ມອີກ.
ອີກດ້ານໜຶ່ງທີ່ພົ້ນເດັ່ນ ແລະ ຄວນເວົ້າເຖິງນັ້ນ ແມ່ນການທີ່ສອງປະເທດ ລາວ-ຈີນ ໄດ້ຮ່ວມກັນລົງນາມກໍ່ສ້າງສູນການຮ່ວມມືດ້ານນະວັດຕະກຳປັນຍາປະດິດ ຫຼື AI ຢູ່ລາວ ເຊິ່ງເປັນການຕັດສິນໃຈທີ່ຖືກຕ້ອງ ແລະ ສອດຄ່ອງກັບຍຸກສະໄໝແຫ່ງເຕັກໂນໂລຊີທັນສະໄໝ ເພາະຈຸດປະສົງການສ້າງຕັ້ງສູນດັ່ງກ່າວ ແມ່ນເພື່ອຊ່ວຍປະເທດລາວສ້າງແບບຈຳລອງ AI ຂະໜາດໃຫຍ່ຂອງຕົນເອງ ແລະ ຄວບຄຸມດ້ວຍຕົນເອງ, ສ້າງຖານຂໍ້ມູນພາສາ, ແບບຈຳລອງຂະແໜງ ການ ແລະ ຮູບແບບການນຳໃຊ້ຕົວຈິງ, ຫຼຸດຜ່ອນການອາໄສເຕັກໂນໂລຊີຕ່າງປະເທດ, ສ້າງພະ ລັງຂັບເຄື່ອນໃຫ້ແກ່ຂົງເຂດກະສິກຳ, ການແພດ ແລະ ຂົງເຂດອື່ນໆ.
ນອກຈາກນີ້, ການຮ່ວມມືໃນຂົງເຂດການສຶກສາ-ວັດທະນະທໍາ, ສາທາລະນະສຸກ, ການ ທ່ອງທ່ຽວ ແລະ ຂົງເຂດອື່ນໆ ໄດ້ຮັບຜົນສໍາເລັດຢ່າງຕໍ່ເນື່ອງ ແລະ ນັບມື້ກ້າວຂຶ້ນສູ່ບາດກ້າວ ໃໝ່ທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ ແລະ ປະກອບສ່ວນເພີ່ມເນື້ອໃນດ້ານວັດທະນະທໍາຂອງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ອຸດົມສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ.
ປັດຈຸບັນ, ສາຍພົວພັນຮ່ວມມື ລາວ-ຈີນ ພວມຢູ່ໃນໄລຍະທີ່ດີທີ່ສຸດໃນປະຫວັດສາດ, ແຕ່ຢ່າງໃດກໍຕາມ, “ຕົ້ນໄມ້ໃຫຍ່ໃນປ່າດົງທີ່ຕຶບໜາ ຍ່ອມມີຄວາມສ່ຽງທີ່ຈະຖືກລົມພັດໃຫ້ລົ້ມລົງໄດ້” ເຊິ່ງບໍ່ຕ່າງຈາກສາຍພົວພັນຮ່ວມມື ລາວ-ຈີນ ຕະຫຼອດໄລຍະ 64 ປີ ຜ່ານມາ ແມ່ນປາສະຈາກບໍ່ໄດ້ບາງຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ຍ້ອນບັນດາອິດທິກຳລັງປໍລະປັກທີ່ຫວັງທໍາລາຍມ້າງເພສາຍພົວພັນຮ່ວມມືທີ່ດີງາມຂອງສອງຊາດລາວ-ຈີນ ໂດຍສະເພາະການໂຄສະນາໂຈມຕີ, ໃສ່ຮ້າຍປ້າຍສີ, ບິດເບືອນຄວາມຈິງ ແລະ ອື່ນໆ.
ຢ່າງໃດກໍຕາມ, ດ້ວຍແນວທາງນະໂຍບາຍອັນຖືກຕ້ອງ ກໍຄື ການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ແລະ ເຈດຕະນາລົມອັນໝາຍໝັ້ນ ແລະ ໜັກແໜ້ນຂອງການນຳສູງສຸດຂອງພັກປະຊາ ຊົນປະຕິວັດລາວ ແລະ ພັກຄອມມູນິດຈີນ ທີ່ມີເປົ້າໝາຍພາລະກິດສັງຄົມນິຍົມອັນດຽວກັນ ເຮັດໃຫ້ການພົວພັນລະຫວ່າງການນຳສູງສຸດຂອງສອງພັກ, ສອງລັດ ໄດ້ເສີມຂະຫຍາຍບົດບາດການ ນໍາພາ-ຊີ້ນຳຕໍ່ການພັດທະນາສາຍພົວພັນ ລາວ-ຈີນ ອັນໄດ້ກາຍເປັນກຳລັງແຮງຊຸກຍູ້ໃຫ້ແກ່ສອງຝ່າຍສາມາດເອົາຊະນະຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍເຫຼົ່ານັ້ນນັບມື້ໄດ້ຮັບຜົນສໍາເລັດທີ່ພົ້ນເດັ່ນ ແລະ ນັບມື້ເຕີບໃຫຍ່ຂະຫຍາຍຕົວກວມເອົາທຸກຂົງເຂດວຽກງານ, ແຕ່ສູນກາງຮອດທ້ອງຖິ່ນ, ແຕ່ຕົວເມືອງຮອດຊົນນະບົດ, ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ ເຊິ່ງເປັນການຢືນຢັນເຖິງຄວາມໝັ້ນຄົງຂະນົງແກ່ນຂອງສາຍພົວພັນການທູດລະຫວ່າງລາວ-ຈີນ ຕະ ຫຼອດໄລຍະ 6 ກວ່າທົດສະວັດທີ່ຜ່ານມາ.
ປັດຈຸບັນ ສອງປະເທດພວມຮ່ວມກັນຈັດຕັ້ງຜັນຂະຫຍາຍຕາມແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ສະບັບທີ 2 ທີ່ໄດ້ກຳນົດທິດທາງລວມ ແລະ ຫຼັກການໃນການເສີມຂະຫຍາຍສາຍພົວພັນ ລະຫວ່າງ 2 ພັກ, 2 ລັດ ໃນໄລຍະຕໍ່ໜ້າ ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ດໍາເນີນໄປຢ່າງໝັ້ນທ່ຽງ ແລະ ຍາວນານ, ບົນພື້ນຖານຍຶດ ໝັ້ ນການເຄົາລົບ ແລະ ໄວ້ເນື້ອເຊື່ອໃຈກັນທາງການເມືອງ, ມີຜົນປະໂຫຍດຮ່ວມກັນທາງດ້ານເສດຖະກິດ, ຊ່ວຍເຫຼືອ ແລະ ປົກປ້ອງກັນທາງດ້ານຄວາມໝັ້ນຄົງ, ເຂົ້າອົກເຂົ້າໃຈ ແລະ ໃກ້ຊິດກັນທາງດ້ານວັດທະນະທຳ-ສັງຄົມ ແລະ ອື່ນໆ.
ສະນັ້ນ, ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ຈາກຜົນສໍາເລັດທີ່ໄດ້ຈາກການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຕະຫຼອດໄລຍະ 6 ທົດສະວັດຜ່ານ ຈະກາຍເປັນກໍາລັງແຮງທີ່ບໍ່ເຫືອດແຫ້ງ ແລະ ນັບມື້ເຂັ້ມ ແຂງໃນຂັບເຄື່ອນເຮັດໃຫ້ການຈັດຕັ້ງປະຕິບັດແຜນແມ່ບົດດັ່ງກ່າວໃຫ້ນັບມື້ກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ ເພື່ອນຳເອົາຄວາມຈະເລີນຮຸ່ງເຮືອງສີວິໄລ ກໍຄື ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ-ຈີນ ແລະ ເປັນການຕອບສະໜອງຄວາມມຸ່ງມາດປາຖະໜາອັນແຮງກ້າຂອງປະຊາຊົນສອງປະເທດໃນການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນວັດທະນະຖາວອນຢູ່ໃນພາກພື້ນ ແລະ ໃນໂລກ.
ຂຽນໂດຍ: ບຸນຕຽງ ຈັນທະວົງ