ວັນທີ 20 ເມສານີ້, ເຄື່ອງຊ່ວຍເຫຼືອສຸກເສີນດ້ານມະນຸດສະທຳງວດທີ 7 ທີ່ລັດຖະບານຈີນຊ່ວຍເຫຼືອມຽນມາໄດ້ສົ່ງໄປຮອດສະໜາມບິນສາກົນຢາງກຸງຂອງມຽນມາ.
ຕາມຂ່າວແຈ້ງວ່າ, ເຄື່ອງຊ່ວຍເຫຼືອງວດນີ້ລວມມີຢາປິ່ນປົວພະຍາດປະເພດຕ່າງໆທີ່ເຂດປະສົບໄພຕ້ອງການໂດຍດ່ວນ, ລວມນ້ຳໜັກ 95 ໂຕນ.
ນອກນີ້ໜ່ວຍງານຖະແຫຼງຂ່າວຂອງຄະນະກຳມະການບໍລິຫານປະເທດມຽນມາເປີດເຜີຍໃນຕອນຄ່ຳວັນທີ 20 ເມສານີ້ວ່າ, ໄພພິບັດແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນຢູ່ມຽນມາໄດ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 3.735 ຄົນ, ບາດເຈັບ 5.108 ຄົນ, ແລະຫາຍສາບສູນ 120 ຄົນ.