ປະ​ລິ​ມານ​ການ​ຂົນ​ສົ່ງ​ສິນ​ຄ້າ​ເຂົ້າ​ອອກ​ດ່ານເມີງ​ຄ່າງ​ຢ່າງ​ຊາຍ​ແດນ​ລະ​ຫວ່າງ​ສາມ​ປະ​ເທດ​ຈີນ ລາວ ແລະ ຫວຽດ​ນາມ​ມີ​ການ​ເລີ່ມ​ຕົ້ນ​ທີ່​ດີ​ໃນ​ປີ​ນີ້

CRI, April 29, 2025
Size:

ໃນໄຕມາດທີໜຶ່ງປີ 2025, ປະລິມານການຂົນສົ່ງສິນຄ້າເຂົ້າອອກດ່ານຊາຍແດນເມີງຄ່າງແຂວງຢຸນນານຂອງຈີນໄດ້ບັນລຸເຖິງ 158.400 ໂຕນ, ທຽບໃສ່ໄລຍະດຽວກັນຂອງປີກາຍເພີ່ມຂຶ້ນ 30%, ສິນຄ້າເຫຼົ່ານີ້ມີມູນຄ່າ 193 ລ້ານຢວນ, ເພີ່ມຂຶ້ນ 48,6%. ສອງຕົວເລກດັ່ງກ່າວລ້ວນແຕ່ໄດ້ສ້າງສະຖິຕິສູງສຸດໃໝ່ໃນໄລຍະດຽວກັນຂອງປະຫວັດສາດ, ແລະ ການຄ້າຂ້າມຊາດໄດ້ມີການພັດທະນາຢ່າງຟົດຟື້ນທີ່ສຸດ.

ຕາມຂ່າວແຈ້ງວ່າ, ນັບແຕ່ຕົ້ນປີນີ້ມາ, ງາດຳ, ກ້ວຍຫອມ ແລະ ສິນຄ້າອື່ນໆໄດ້ສົ່ງເຂົ້າປະເທດຈີນໂດຍຜ່ານດ່ານເມີງຄ່າງຢ່າງສະດວກສະບາຍ, ນີ້ຖືເປັນການເພີ່ມອີກຊ່ອງທາງສຳຄັນໜຶ່ງໃນການຊື້ຂາຍທັນຍາຫານ, ໝາກໄມ້ ແລະຢາພື້ນເມືອງຈີນຂອງປະເທດໃນອາຊີຕາເວັນອອກສຽງໃຕ້.