ຊາວ​ໜຸ່ມ​ຈີນ ລາວ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຮ່ວມ​ກັນ

lmcchina.org, April 28, 2025
Size:

ເມື່ອບໍ່ດົນມານີ້, ກິດຈະກຳແລກປ່ຽນຊາວໜຸ່ມຈີນ ແລະ ຕ່າງປະເທດປີ 2025 ຂອງເມືອງເຈີ້ນຢວນ ວິທະຍາໄລພູເອີໄດ້ຈັດຂຶ້ນຢູ່ເມືອງປົກຄອງຕົນເອງເຜົ່າຢີ ເຜົ່າຮານີ ແລະ ເຜົ່າລາຫູ້ເຈີ້ງຢວນ ນະຄອນພູເອີ ແຂວງຢຸນນານຈີນ. ຊາວໜຸ່ມຈີນ ລາວ ຫວຽດນາມ ແລະ ກຳປູເຈຍໄດ້ຮ່ວມກັນທັດສະນະສຶກສາ ແລະ ສຳຜັດກັບມົນສະເໜ່ດ້ານວັດທະນະທຳທີ່ຫຼາກຫຼາຍຂອງເມືອງເຈີ້ນຢວນ.

ນາງ Thai Thanh Hang  ນັກສຶກສາຫວຽດນາມເວົ້າດ້ວຍຄວາມດີໃຈວ່າ: “ເມືອງເຈີ້ນຢວນສາມາດອະນຸລັກມໍລະດົກວັດທະນະທຳນາມມະທຳ ແລະ ວັດທະນະທຳທີ່ເປັນມູນເຊື້ອໄດ້ເປັນຢ່າງດີ ຊຶ່ງເປັນສິ່ງລ້ຳຄ່າທີ່ສຸດ, ຜະລິດຕະພັນປະດິດສ້າງດ້ານວັດທະນະທຳໄດ້ເຊື່ອມສານຫົວຄິດປະດິດສ້າງແບບທັນສະໄໝເຂົ້າກັບຈິດໃຈມູນເຊື້ອ, ຂ້າພະເຈົ້າຮູ້ສຶກດີໃຈທີ່ສຸດ, ຈະນຳເອົາຜະລິດຕະພັນເຫຼົ່ານີ້ກັບຄືນເມືອຫວຽດນາມ, ເຮັດໃຫ້ຄົນຫຼາຍກວ່າເກົ່າຮັບຮູ້ເລື່ອງລາວທີ່ປະທັບໃຈເຫຼົ່ານີ້ຂອງເຈີ້ນຢວນ.”

ຫຼັງຈາກທັດສະນະສຶກສາ ແລະ ສຳຜັດກັບວັດທະນະທຳເມືອງເຈີ້ນຢວນແລ້ວ, ຊາວໜຸ່ມຈີນ ແລະ ຕ່າງປະເທດໄດ້ປະສົມປະສານກັບວິຊາສະເພາະ ແລະ ຜົນການສຳຫຼວດຄົ້ນຄວ້າຂອງຕົນ, ຕັ້ງໜ້າປະກອບຄຳເຫັນໂດຍປິ່ນອ້ອມການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ ການພັດທະນາອຸດສາຫະກຳ ແລະອື່ນໆໃນກອງປະຊຸມສົນທະນາ. ນັກສຶກສາກຳປູເຈຍຜູ້ໜຶ່ງກ່າວວ່າ: ຕົນເອງຈະນຳສະເໜີໃບຊາ ແລະ ກາເຟຂອງເມືອງເຈີ້ນຢວນໃຫ້ຄອບຄົວ ເພື່ອນຮ່ວມຮຽນ ແລະ ເພື່ອນມິດຂອງຕົນຮູ້ຈັກ, ເພື່ອກາຍເປັນເພື່ອນຮ່ວມທາງໃນການເຜີຍແຜ່ ແລະ ພັດທະນາວັດທະນະທຳຂອງເມືອງເຈີ້ນຢວນ. “ຖ້າມີໂອກາດ ຂ້າພະເຈົ້າຈະມາເຝິກງານ ແລະ ດຳລົງຊີວິດຢູ່ເມືອງເຈີ້ນຢວນຢ່າງແນ່ນອນ, ໃຊ້ກຳລັງແຮງຂອງຕົນເພື່ອຊຸກຍູ້ການພັດທະນາຂອງເມືອງເຈີ້ນຢວນ.”