ກອງຕຳຫຼວດຍາມຝັ່ງທະເລຈີນ-ຫວຽດ​ນາມ​ດຳ​ເນີນ​ການ​ລາດ​ຕະ​ເວນ​ຮ່ວມ​ຢູ່​ອ່າວ​ເປີຍ​ປູ​ຄັ້ງ​ທຳ​ອິດ​ຂອງ​ປີ 2025

CRI, April 28, 2025
Size:

ຕອນບ່າຍວັນທີ 21 ເມສານີ້, ກຳປັ່ນຢົງຊິ່ງ ແລະ ກຳປັ່ນຊີຊາຂອງກອງຕຳຫຼວດຍາມຝັ່ງທະເລຈີນໄດ້ເດີນເຮືອໄປເຂດທະເລອ່າວເປີຍປູ້ ເພື່ອຮ່ວມກັບກຳປັ່ນກອງຕຳຫຼວດຍາມຝັ່ງທະເລ 8004 ແລະ 8003 ຂອງຫວຽດນາມເພື່ອດຳເນີນການລາດຕະເວນຮ່ວມຢູ່ອ່າວເປີຍປູ້ເປັນຄັ້ງທຳອິດຂອງປີ 2025.

ໃນໄລຍະລາດຕະເວນຮ່ວມ, ສອງຝ່າຍຈະປະຕິບັດກົດໝາຍແລະຕິດຕາມຄຸ້ມຄອງເຮືອປະມົງຂອງສອງປະເທດທີ່ເຮັດວຽກຢູ່ເຂດທະເລອ່າວເປີຍປູ້, ເຮັດໃຫ້ການຜະລິດແລະການເຮັດວຽກທາງທະເລຂອງຂະແໜງການປະມົງມີລະບຽບແບບແຜນ, ແກ້ໄຂເຫດການສຸກເສີນທີ່ເກີດຂຶ້ນທາງທະເລຢ່າງເໝາະສົມ ແລະ ຮ່ວມກັນປົກປັກຮັກສາຄວາມໝັ້ນຄົງທາງທະເລ.