ໜ່ວຍແພດສາທາລະນະສຸກ ແລະ ປ້ອງກັນພະຍາດທີ່ລັດຖະບານຈີນສົ່ງໄປຊ່ວຍເຫຼືອມຽນມາໄດ້ເດີນທາງໄປມຽນມາ

CRI, April 28, 2025
Size:

ວັນທີ 19 ເມສານີ້, ໜ່ວຍແພດສາທາລະນະສຸກ ແລະ ປ້ອງກັນພະຍາດທີ່ລັດຖະບານຈີນສົ່ງໄປຊ່ວຍເຫຼືອມຽນມາ ທີ່ປະກອບດ້ວຍສະມາຊິກ 50 ຄົນໄດ້ນໍາເອົາເຄື່ອງຊ່ວຍເຫຼືອສຸກເສີນດ້ານສາທາລະນະສຸກ ແລະ ອຸປະກອນຕ່າງໆ, ໄດ້ເດີນທາງໂດຍເຮືອບິນຈາກນະຄອນຄຸນໝິງແຂວງຢຸນນານຂອງຈີນໄປສູ່ມຽນມາ ເພື່ອຊ່ວຍເຫຼືອທ້ອງຖິ່ນດໍາເນີນວຽກງານສາທາລະນະສຸກ ແລະ ປ້ອງກັນພະຍາດພາຍຫຼັງໄພພິບັດ.

ວັນທີ 28 ມີນາແລ້ວນີ້, ມຽນມາໄດ້ເກີດແຜ່ນດິນໄຫວລະດັບ 7,9 ຣິກເຕີ, ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັດເປັນຈໍານວນຫຼາຍ, ສະພາບການດ້ານສາທາລະນະສຸກ ແລະ ປ້ອງກັນພະຍາດພາຍຫຼັງໄພພິບັດຢູ່ທ້ອງຖິ່ນດັ່ງກ່າວໜັກໜ່ວງຫຼາຍ. ໂດຍຕອບສະໜອງຕາມການຮ້ອງຂໍຂອງມຽນມາ, ວັນທີ 10 ເມສານີ້ ລັດຖະບານຈີນໄດ້ຕົກລົງເພີ່ມການຊ່ວຍເຫຼືອກູ້ໄພເພື່ອມະນຸດສະທໍາແບບສຸກເສີນແກ່ມຽນມາ. ມາຮອດວັນທີ 19 ເມສານີ້, ໜ່ວຍແພດສາທາລະນະສຸກ ແລະ ປ້ອງກັນພະຍາດທີ່ລັດຖະບານຈີນສົ່ງໄປຊ່ວຍເຫຼືອມຽນມາຈາກອົງການປ້ອງກັນ ແລະ ຄວບຄຸມພະຍາດແຫ່ງຊາດຈີນ ໄດ້ເດີນທາງໄປມຽນມາ.

ທ່ານ ເສີນເຫຼີຍ ຫົວໜ້າໜ່ວຍແພດດັ່ງກ່າວແຈ້ງໃຫ້ຮູ້ວ່າ: ໜ່ວຍແພດດັ່ງກ່າວຈະສະໜັບສະໜູນແຂວງມານດາເລທີ່ເປັນເຂດປະສົບແຜ່ນດິນໄຫວຢ່າງໜັກໜ່ວງ ເພື່ອດໍາເນີນວຽກງານສາທາລະນະສຸກ ແລະ ປ້ອງກັນພະຍາດພາຍຫຼັງໄພພິບັດຕ່າງໆ ເຊັ່ນ: ການປ້ອງກັນ ແລະ ຄວບຄຸມພະຍາດຕິດແປດ, ປະເມີນຄວາມສ່ຽງ, ຕິດຕາມ ແລະ ວັດແທກພະຍາດ, ຂ້າເຊື້ອ, ເຜີຍແຜ່ຄວາມຮູ້ດ້ານສຸຂະພາບ ແລະ ຝຶກອົບຮົມດ້ານເຕັດນິກ ເປັນຕົ້ນ.