ໃນຖານະເປັນຜົນສໍາເລັດສຳຄັນແຫ່ງການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ໂຄງການເຊື່ອມໂຍງເຊື່ອມຈອດດ້ານການຊຳລະເງິນຜ່ານທາງຄີວອາໂຄດ(QR code)ລະຫວ່າງຈີນ-ກຳປູເຈຍ ໄດ້ເສີມຂະຫຍາຍບົດບາດນັບມື້ນັບພົ້ນເດັ່ນຂຶ້ນໃນດ້ານການຮັດແໜ້ນການໄປມາຫາສູ່ກັນລະຫວ່າງບຸກຄະລາກອນແລະການລົງເລິກການແລກປ່ຽນດ້ານເສດຖະກິດການຄ້າລະຫວ່າງສອງປະເທດ.
ພາຍໃຕ້ການຊີ້ນຳຈາກທະນາຄານປະຊາຊົນຈີນແລະທະນາຄານແຫ່ງຊາດກຳປູເຈຍ, ລະບົບຊຳລະສະສາງ ຢູນຽນເພ(UnionPay) ຂອງຈີນໄດ້ບັນລຸເປົ້າໝາຍໃນການເຊື່ອມໂຍງເຊື່ອມຈອດດ້ານການຊຳລະເງິນຜ່ານທາງຄີວອາໂຄດຂ້າມຊາດລະຫວ່າງຈີນກັບປະເທດໃນພາກພື້ນອາຊີຕາເວັນອອກສຽງໃຕ້.
ເດືອນມີນາປີ2025, ຢູນຽນເພ ຂອງຈີນ ແລະທະນາຄານກາງກຳປູເຈຍໄດ້ປະກາດວ່າ: ຜະລິດຕະພັນກະເປົາເງິນພາຍໃຕ້ລະບົບຊຳລະສະສາງBakongຂອງກຳປູເຈຍສາມາດຊຳລະເງິນຜ່ານທາງຄີວອາໂຄດ ໃນເຄືອຂ່າຍບໍລິການຂອງຢູນຽນເພໃນຂອບເຂດທົ່ວໂລກກໍຄື ຄີວອາໂຄດວີແຊັດ(WeChat)ຂອງຫົວໜ່ວຍທຸລະກິດຢູ່ປະເທດຈີນ.
ນັບແຕ່ເດືອນມີນາ2025ເປັນຕົ້ນມາ, ພາຍໃຕ້ສະພາບການບໍລິໂພກຢູ່ປະເທດຈີນເຊັ່ນ ຮ້ານກິນດື່ມ, ຮ້ານຊັບພະສິນຄ້າ, ການຈຳໜ່າຍປີ້ເຂົ້າແຫຼ່ງທ່ອງທ່ຽວແລະອື່ນໆ, ປະລິມານການຊຳລະເງິນຜ່ານຜະລິດຕະພັນກະເປົາເງິນພາຍໃຕ້ລະບົບBakongໄດ້ເຕີບໂຕຢ່າງຕໍ່ເນື່ອງ ແລະກຳລັງກາຍເປັນເຄື່ອງມືຊຳລະເງິນຂ້າມຊາດທີ່ໄດ້ຮັບຄວາມນິຍົມຊົມຊອບຫຼາຍຈາກປະຊາຊົນກຳປູເຈຍ.
ແຫຼ່ງຂ່າວຈາກ: CGTN