ກິດ​ຈະ​ກຳ​ສາຍ​ຮູບ​ເງົາຮອບ​ພິ​ເສດຂອງງານໂຮ​ງ​ຮູບ​ເງົາ​ກາງ​ແຈ້ງ​ຈີນ-ກຳ​ປູ​ເຈຍ​ຄັ້ງ​ທີ 10 ຈັດ​ຂຶ້ນ​ຢູ່​ອັງ​ກໍ​ວັດ​ຂອງ​ກຳ​ປູ​ເຈຍ

CRI, April 27, 2025
Size:

ວັນທີ 18 ເມສານີ້, ກິດຈະກຳສາຍຮູບເງົາຮອບພິເສດຂອງງານໂຮງຮູບເງົາກາງແຈ້ງຈີນ-ກຳປູເຈຍຄັ້ງທີ 10 ພາຍໃຕ້ການເປັນເຈົ້າພາບຮ່ວມຂອງວິທະຍຸໂທລະພາບສູນກາງຈີນ ຫຼືCMG ແລະກະຊວງສິລະປະວັດທະນະທຳກຳປູເຈຍໄດ້ຈັດຂຶ້ນຢູ່ອັງກໍວັດຂອງກຳປູເຈຍ. ງານໂຮງຮູບເງົາກາງແຈ້ງເປັນໂຄງການສັນຍະລັກທີ່ສຳຄັນດ້ານການແລກປ່ຽນວັດທະນະທຳລະຫວ່າງຈີນ- ກຳປູເຈຍທີ່ຮ່ວມກັນສ້າງຂຶ້ນໂດຍ CMG ແລະກະຊວງສິລະປະວັດທະນະທຳກຳປູເຈຍ, ໂດຍເລີ່ມຂຶ້ນໃນປີ 2016, ມາຮອດປັດຈຸບັນນີ້, ໄດ້ຈັດຂຶ້ນເປັນເວລາ 10 ປີຢ່າງລຽນຕິດ.

ກິດຈະກຳສາຍຮູບເງົາຮອບພິເສດດັ່ງກ່າວໄດ້ສາຍຮູບເງົາຈີນເລື່ອງ: ກຳເນີດເທວະດາ 2 Creation of the Gods II. ຫຼັງຈາກສາຍຮອບພິເສດສິ້ນສຸດລົງ, ທີມງານສາຍຮູບເງົາຈີນ-ກຳປູເຈຍຈະສັນຈອນສາຍຮູບເງົາຈີນຫຼາຍເລື່ອງໃຫ້ແກ່ປະຊາຊົນຢູ່ແຫ່ງຕ່າງໆຂອງກຳປູເຈຍໄດ້ຮັບຊົມ.