ຈຳນວນຄົນເຂົ້າ-ອອກເມືອງຈີນຈາກ 10 ປະເທດສະມາຊິກອາຊຽນຜ່ານດ່ານສາກົນບໍ່ຫານໃນປີນີ້ເພີ່ມຂຶ້ນ 24% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

CRI, April 25, 2025
Size:

ສະຖານີກວດກາປ້ອງກັນຊາຍແດນບໍຫານແຂວງຢຸນນານຈີນແຈ້ງໃຫ້ຮູ້ວ່າ: ນັບແຕ່ວັນທີ 1 ມັງກອນຈົນເຖິງວັນທີ 14 ເມສານີ້, ຈຳນວນຄົນເຂົ້າ-ອອກເມືອງຈີນຈາກ 10 ປະເທດສະມາຊິກອາຊຽນຜ່ານດ່ານສາກົນບໍ່ຫານທີ່ຢູ່ຊາຍແດນຈີນ-ລາວບັນລຸເຖິງ 415.000 ກວ່າເທື່ອຄົນ, ເພີ່ມຂຶ້ນ 24% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ກວມເອົາຫຼາຍກວ່າ 45% ຍອດຈຳນວນຄົນທີ່ເຂົ້າ-ອອກເມືອງຈີນ, ການເດີນທາງຂ້າມຊາດນັບມື້ນັບສະດວກແລ້ວ.

3 ປະເທດສະມາຊິກອາຊຽນທີ່ມີຈຳນວນຄົນເຂົ້າ-ອອກເມືອງຈີນຜ່ານດ່ານສາກົນບໍ່ຫານຫຼາຍທີ່ສຸດແມ່ນລາວ, ໄທ ແລະ ມາເລເຊຍ. ສາເຫດຕົ້ນຕໍໃນການເຂົ້າ-ອອກເມືອງແມ່ນການທ່ອງທ່ຽວ, ການຢ້ຽມຢາມຍາດພີ່ນ້ອງ, ກອງປະຊຸມ ແລະ ການຄ້າ. ປະເທດສະມາຊິກອາຊຽນທີ່ມີຈຳນວນຄົນເຂົ້າ-ອອກເມືອງຈີນເພີ່ມຂຶ້ນອ່າວໄວແມ່ນຫວຽດນາມ, ມາເລເຊຍ ແລະ ລາວ,ຕ່າງໄດ້ເພີ່ມຂຶ້ນ 49%,47% ແລະ 28% ຕາມລຳດັບເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.