ກິດຈະກຳແລກປ່ຽນວັດທະນະທຳຈີນ-ກຳປູເຈຍຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນ

CRI, April 25, 2025
Size:

ວັນທີ 17 ເມສານີ້, ກິດຈະກຳແລກປ່ຽນວັດທະນະທຳຈີນ-ກຳປູເຈຍທີ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG, ກະຊວງຖະແຫຼງຂ່າວກຳປູເຈຍ, ກະຊວງວັດທະນະທຳສິລະປະກຳປູເຈຍ, ກະຊວງການທ່ອງທ່ຽວກຳປູເຈຍ ແລະ ສະຖາບັນຄົ້ນຄວ້າລາຊະອະນາຈັກກຳປູເຈຍຮ່ວມກັນເປັນເຈົ້າພາບ ໄດ້ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນຂອງກຳປູເຈຍ.

ໃນກິດຈະກຳດັ່ງກ່າວ ໄດ້ໄຂກົນໄກຄູ່ຮ່ວມມືສື່ມວນຊົນຈີນ-ກຳປູເຈຍ ທີ່ CMG ຮ່ວມກັບສະໂມສອນນັກຂ່າວກຳປູເຈຍ, ສະມາຄົມນັກຂ່າວກຳປູເຈຍ-ຈີນ ແລະ ສື່ມວນຊົນທີ່ສຳຄັນ 20 ກວ່າແຫ່ງຂອງກຳປູເຈຍ ຮ່ວມກັນສ້າງຕັ້ງຂຶ້ນ ພ້ອມທັງໄດ້ເລີ່ມໂຄງການທຳອິດໃນກົນໄກດັ່ງກ່າວ ຄື: ກິດຈະກຳສຳພາດຮ່ວມກັນພາຍໃຕ້ຫົວຂໍ້ ການພັດທະນາທົ່ວໂລກ ຈີນ-ກຳປູເຈຍຮ່ວມມືກັນ. ກິດຈະກຳດັ່ງກ່າວຈະສຸມໃສ່ຫົວຂໍ້ຕ່າງໆກ່ຽວກັບການພັດທະນາທົ່ວໂລກ, ບັນທຶກກ່ຽວກັບເລື່ອງການພັດທະນາຈີນ-ກຳປູເຈຍດ້ວຍຫຼາຍທັດສະນະ ເພື່ອສ້າງ ພະລັງຈີນ-ກຳປູເຈຍໃຫ້ແກ່ການພັດທະນາຂອທົ່ວໂລກ.