ເນື່ອງໃນໂອກາດທີ່ທ່ານສີຈິ້ນຜິງ ປະທານປະເທດຈີນຈະຢ້ຽມຢາມກຳປູເຈຍທາງລັດຖະກິດໃນໄວໆນີ້, ວັນທີ 13 ເມສານີ້, ກິດຈະກຳສາຍຮູບເງົາ ແລະ ລາຍການໂທລະພາບທີ່ດີເດັ່ນຂອງວິທະຍຸ-ໂທລະພາບສູນກາງຈີນ ຫຼື CMG ໄດ້ເລີ່ມຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນຂອງກຳປູເຈຍ.
ທ່ານເຊີ້ນໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ທັງເປັນຜູ້ອຳນວຍການໃຫຍ່ CMG ໄດ້ກ່າວຄຳປາໄສຜ່ານທາງວີດີໂອຕໍ່ກິດຈະກຳດັ່ງກ່າວວ່າ: ທ່ານປະທານສີຈິ້ນຜິງໄດ້ກ່າວເນັ້ນໜັກວ່າ ຈີນຍິນດີຮ່ວມມືກັບກຳປູເຈຍ ເພື່ອສ້າງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍໃນຍຸກໃໝ່ທີ່ມີຄຸນນະພາບສູງ, ມີລະດັບສູງ ແລະ ມາດຕະຖານສູງ. CMG ຍິນດີຖືເອົາກິດຈະກຳຄັ້ງນີ້ເປັນໂອກາດ, ດຳເນີນການຮ່ວມມືຢ່າງກວ້າງຂວາງກັບສື່ມວນຊົນຕ່າງໆຂອງກຳປູເຈຍ, ລົງເລິກການແລກປ່ຽນດ້ານວັດທະນະທຳລະຫວ່າງຈີນ-ກຳປູເຈຍຢ່າງຕໍ່ເນື່ອງ, ຂະຫຍາຍການພົວພັນທີ່ເປັນມິດກັນລະຫວ່າງສື່ມວນຊົນຈີນ-ກຳປູເຈຍ ເພື່ອປະກອບສ່ວນກຳລັງແຮງຂອງຕົນເຂົ້າໃນການຊຸກຍູ້ໃຫ້ມິດຕະພາບອັນໜັກແໜ້ນ ລະຫວ່າງຈີນ-ກຳປູເຈຍໃຫ້ໄດ້ຮັບການພັດທະນາຢ່າງໝັ້ນທ່ຽງ ແລະ ຖາວອນ ກໍຄືການສ້າງຄູ່ຮ່ວມຊາຕາກຳຈີນ-ກຳປູເຈຍໃນຍຸກໃໝ່ ແລະ ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາກ້າວສູ່ຄວາມຈະເລີນຮຸ່ງເຮືອງຂອງໂລກ.