ເນື່ອງໃນໂອກາດທີ່ທ່ານສີຈິ້ນຜິງ ປະທານປະເທດຈີນເດີນທາງໄປຢ້ຽມຢາມກຳປູເຈຍທາງລັດຖະກິດ, ຕອນບ່າຍວັນທີ 17 ເມສານີ້, “ສັບປະດາຮູບເງົາຈີນ” ຂອງກຳປູເຈຍປີ 2025 ໄດ້ເລີ່ມຂຶ້ນຢູ່ນະຄອນຫຼວງພະນົມເປັນ. ທ່ານເຊິ້ນໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ, ຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ເຂົ້າຮ່ວມແລະປະກາດເລີ່ມສັບປະດາຮູບເງົາດັ່ງກ່າວ.
ໃນໄລຍະຈັດກິດຈະກຳດັ່ງກ່າວ, ຈີນ ແລະ ກຳປູເຈຍໄດ້ເຊັນ “ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືດ້ານຮູບເງົາ ລະຫວ່າງກົມຮູບເງົາແຫ່ງຊາດ ສປ ຈີນ ແລະ ກະຊວງວັດທະນະທຳ ແລະ ສິລະປະ ລາຊະອານາຈັກກຳປູເຈຍ”. ອີງຕາມເນື້ອໃນບົດບັນທຶກ, ຈີນ ແລະ ກຳປູເຈຍຈະລົງເລິກການແລກປ່ຽນ ແລະ ຮ່ວມມືໃນຂົງເຂດຮູບເງົາຕື່ມອີກ, ດຳເນີນການຮ່ວມມືຕົວຈິງໃນດ້ານການສາຍຮູບເງົາຂອງກັນແລະກັນ, ການຮ່ວມກັນຖ່າຍທຳຮູບເງົາ, ການແລກປ່ຽນບຸກຄະລາກອນ ແລະ ການເຂົ້າຮ່ວມເທສະການ ແລະ ວາງສະແດງຮູບເງົາ ເພື່ອເພີ່ມພະລັງຂັບເຄື່ອນໃໝ່ໃຫ້ແກ່ການຊຸກຍູ້ການຮ່ວມມືໃນຂົງເຂດວັດທະນະທຳ ແລະ ຍົກລະດັບການພົວພັນລະຫວ່າງສອງຝ່າຍໃຫ້ສູງຂຶ້ນ.